ບໍ່ແກ້ວເກັບລາຍຮັບເພີ່ມຂຶ້ນປະຈຸບັນປະຕິບັດໄດ້ແລ້ວ 135 ຕື້ກວ່າກີບ

  ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງແຂວງບໍ່ແກ້ວມີທ່າອ່ຽງເພີ່ມຂຶ້ນທັງລາຍຮັບສູນກາງ ແລະລາຍຮັບທ້ອງຖິ່ນເຫັນໄດ້ຈາກປີ 2018 ຜ່ານມາສາມາດປະຕິບັດໄດ້ 361 ຕື້ກີບ ເທົ່າກັບ 110,20% ຂອງແຜນການປີຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 20,23% ຫຼືເທົ່າກັບ 60 ຕື້ກີບ, ສ່ວນໃນປີ 2019 ພະແນກການເງິນແຂວງບໍ່ແກ້ວ ໄດ້ຮັບຕົວເລກທັງທັງໝົດຈໍານວນ 348,2 ຕື້ກີບ, ມາຮອດປະຈຸບັນປະຕິບັດໄດ້ແລ້ວ 135,5 ຕື້ກີບ ເທົ່າກັບ 38,91% ຂອງແຜນການປີ.

 ທ່ານ ສຸວັນທອງ ບົວລັງສີ ຫົວໜ້າພະແນກການເງິນແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນປີ 2018 ທີ່ຜ່ານມາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະ ແໜງການເງິນມີຫຼາຍອັນທີ່ພົ້ນເດັ່ນໂດຍສະເພາະແມ່ນການປະຕິບັດລາຍຮັບເຂົ້າງົບປະມານແຫ່ງລັດລວມທັງລາຍຮັບສູນກາງ ແລະ ລາຍຮັບທ້ອງຖິ່ນຈໍານວນ 327,6 ຕື້ກີບ, ປະຕິບັດໄດ້ 361,1 ຕື້ກີບ ເທົ່າກັບ 110,20% ຂອງແຜນການປີຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20,23% ຄິດເປັນເງິນປະມານ 60 ຕື້ກີບ. ສຳລັບໃນປີ 2019 ພະແນກການເງິນແຂວງບໍ່ແກ້ວໄດ້ຮັບຕົວເລກທັງລາຍຮັບສູນກາງ ແລະ ລາຍຮັບທ້ອງຖິ່ນທັງໝົດ 348,2 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດວັນທີ 20 ພຶດສະພາ 2019 ປະຕິບັດໄດ້ແລ້ວ 135,5 ຕື້ກີບເທົ່າກັບ 38,91% ຂອງແຜນ ການປີ,ໃນນັ້ນລາຍຮັບສູນກາງແຜນການປີ 243,1 ຕື້ກີບ,ປະຕິບັດໄດ້ 93,7 ຕື້ກວ່າກີບເທົ່າກັບ 38,66% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມ ຂຶ້ນ 19,37%; ສ່ວນລາຍຮັບທ້ອງຖິ່ນລາຍຮັບແຜນການປີ 105,1 ຕື້ກີບ ປະຕິບັດໄດ້ 41,7 ຕື້ກີບ ເທົ່າກັບ 39,72% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18%, ຊຶ່ງລາຍຮັບແມ່ນໄດ້ຈາກຂະແໜງສ່ວຍສາອາສາກອນເປັນສ່ວນໃຫຍ່,ຖັດລົງມາແມ່ນຂະແໜງຊັບສິນຂອງລັດ,ຄ່າທໍານຽມຕ່າງໆ, ການປະກອບສ່ວນເສຍພັນທະຂອງຫົວໜ່ວຍທຸລະກິດ ແລະອື່ນໆ.

 ທ່ານ ສຸວັນທອງ ບົວລັງສີ ຫົວໜ້າພະແນກການເງິນແຂວງບໍ່ແກ້ວ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງແຜນງົບປະມານແຫ່ງລັດປະຈໍາປີ 2019 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ຈະໄດ້ສຸມໃສ່ປະຕິບັດບັນດາກົນໄກ ແລະມາດຕະການຕົ້ນຕໍດັ່ງນີ້: ດ້ານລາຍຮັບ-ລາຍຈ່າຍຕ້ອງຫັນເປັນທັນສະໄໝເຊັ່ນ: ກອງກວດກາພາສີ, ດ່ານພາສີສາກົນຂົວມິດຕະພາບ IV ນໍາໃຊ້ລະບົບ IT. C 2000 ແລະ ລະບົບ Asy cuda, ງົບປະມານ, ຄັງເງິນໄດ້ນໍາໃຊ້ລະບົບ GFIS, ສ່ວຍສາອາກອນໃດ້ນໍາໃຊ້ການຖອກເງິນຄ່າທໍານຽມທາງໂດຍຜ່ານລະບົບທະນາຄານ ແລະ ໃນຕໍ່ໜ້າຈະໄດ້ນໍາໃຊ້ເຄື່ອງມືແບບໃໝ່ເຂົ້າຊ່ວຍໃນການຊໍາລະພັນທະງົບປະມານລະບົບ smart Tax ແລະ Tax RIS; ເພີ່ມທະວີສຶກສາອົບຮົມ

ການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນມີນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ວຽກງານ, ທັດສະນະຮັບໃຊ້ພ້ອມຕ້ານແນວຄິດ ແລະ ການກະທໍາທີ່ຕິດພັນກັບຜົນປະ ໂຫຍດສ່ວນຕົວໃຫ້ພະນັກງານ-ລັດຖະກອນໃຫ້ເລິກເຊິ່ງ; ປັບປຸງກົນໄກ, ຂັ້ນຕອນ ແລະວິທີການ,ຄວາມຮັບຜິດຊອບຂອງພະນັກງານນໍາພາ-ຄຸ້ມຄອງ, ເກັບລາຍ ຮັບໃຫ້ເປັນປົກກະຕິ ແລະຈໍາກັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ; ເອົາໃຈໃສ່ກວດກາສະກັດກັ້ນສິນຄ້າລົບຫຼີກພາສີ-ອາກອນ ແລະ ກວດກາການໍາໃຊ້ໃບເກັບເງິນອາກອນເຄື່ອນຫຍາຍໄປຕ່າງແຂວງ ແລະ ຕ່າງປະເທດ, ເລັ່ງທວງບົດສະຫຼຸບບັນດາບໍລິສັດທີ່ເຄື່ອນ ໄຫວທຸລະກິດໃນປີຜ່ານມາເພື່ອກວດກາໄລ່ລຽງລາຍຮັບເຂົ້າງົບປະມານປີ 2019, ແບ່ງຂັ້ນຄຸ້ມຄອງເກັບລາຍຮັບລະຫວ່າງຂັ້ນແຂວງ, ຂັ້ນເມືອງ, ພະແນ ກກການອ້ອມຂ້າງ;ເອົາໃຈໃສ່ຕ້ານປະກົດການ ຫຍໍ້ທໍ້, ຄວາມບໍ່ໂປ່ງໃສຂອງພະນັກງານຂະແໜງລາຍຮັບເພື່ອພ້ອມກັນສຸ້ມໃສ່ການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການຫຼືລື່ນແຜນການທີ່ວາງໄວ້.

 ຂຽນໂດຍ: ກິ່ງລັດຕະນະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ