ປະໂຫຍດຂອງນໍ້າຢາລ້າງຈານ

  ນໍ້າຢາລ້າງຈານທົ່ວໄປທີ່ເຮົາໃຊ້ພາຍໃນຄົວເຮືອນທຸກໆມື້ໃຜຈະຮູ້ວ່າມັນມີປະໂຫຍດຫຼາຍຢ່າງ ນອກເໜືອຈາກເອົາໄວ້ລ້າງຈານ.

  1. ລົບຮອຍເປື້ອນນໍ້າມັນເທິງພື້ນຊີມັງ: ນຳເອົາເບກກິ້ງໂຊດາໂຮຍບໍ່ລິເວນພື້ນຊີມັງທີ່ເປື້ອນນໍ້າມັນເຄື່ອງຈາກລົດພ້ອມທັງຖອກນໍ້າຢາລ້າງຈານທັບລົງໄປຫຼັງຈາກນັ້ນໃຊ້ໄມ້ຂັດ,ຖູພື້ນຂັດອອກແລ້ວໃຊ້ນໍ້າສະອາດລ້າງອີກຮອບໜຶ່ງ.
  2. ກຳຈັດຮອຍເປື້ອນເທິງເສື້ອ: ບໍ່ວ່າຈະເປັນຮອຍເປື້ອນຈາກນໍ້າມັນ ຫຼື ອາຫານປະເພດຕ່າງໆ ລອງໃຊ້ນໍ້າຢາລ້າງຈານທາລົງເທິງຮອຍເປື້ອນ,ຈຸ່ມນໍ້າເລັກນ້ອຍແລ້ວນຳມາຖູຈະເຮັດໃຫ້ຮອຍເປື້ອນຈາງລົງໄດ້ແລ້ວຈຶ່ງນຳໄປຊັກຕາມປົກກະຕິ.
  3. ລົບຮອຍເປື້ອນເຄື່ອງເຟີນິເຈີ:ພຽງແຕ່ປະສົມນໍ້າຢາລ້າງຈານເລັກນ້ອຍລົງໄປໃນນໍ້າອຸ່ນ,ໃຊ້ຜ້າຈຸ່ມ ແລະເຊັດເຄື່ອງເຟີນິເຈີກ່ອນທີ່ຈະໃຊ້ນໍ້າສະອາດລ້າງອີກຮອບໜຶ່ງ.
  4. ໃຊ້ກຳຈັດແມງວັນ: ໃຊ້ນໍ້າຢາລ້າງຈານ 2-3 ຢອດປະສົມລົງໃນພາຊະນະທີ່ບັນຈຸນໍ້າສົ້ມສາຍຊູໄປຕັ້ງໄວ້ຢູ່ບ່ອນທີ່ມີແມງວັນຫຼາຍຄວາມເຂັ້ມຂຸ້ນຂອງ ນໍ້າຢາລ້າງຈານຈະເຮັດໃຫ້ແມງວັນຕົກແລະຈົມລົງ ໃນນໍ້າສົ້ມສາຍຊູ.
  5. ກຳຈັດຮອຍເປື້ອນເຖິງພົມປູພື້ນ: ປະສົມນໍ້າ ຢາລ້າງຈານລົງໃນນໍ້າອຸ່ນ,ໃຊ້ຜ້າຈຸ່ມແລ້ວນໍາໄປເຊັດຈົນຮອຍເປື້ອນຈາງລົງແລ້ວໃຊ້ຟອງນໍ້າຈຸ່ມນໍ້າເຢັນນຳມາເຊັດພົມອີກຄັ້ງໜຶ່ງ,ຫຼັງຈາກນັ້ນໃຊ້ຜ້າເຊັດທີ່ແຫ້ງມາເຊັດພົມ ແລະຊັບນໍ້າອອກໃຫ້ແຫ້ງ
  6. ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ