ຫວຽດນາມ-ຣັດເຊຍ ຮ່ວມມືຍຸດທະສາດຮອບດ້ານ

 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະຣັດເຊຍ (16 ມິຖຸນາ 1994 - 16 ມິຖຸນາ 2019).

ຕາມຂ່າວສານຫວຽດນາມລາຍງານວ່າທ່ານ ຫງວຽນຝູ່ຈ້ອງເລຂາທິການໃຫຍ່,ປະທານປະເທດຫວຽດນາມ ແລະ ທ່ານວະລາດິເມຍປູຕິນປະທານາທິບໍດີຣັດເຊຍໄດ້ສົ່ງໂທລະເລກຊົມເຊີຍໃຫ້ກັນແລະກັນ,ໃນນັ້ນໄດ້ເນັ້ນໜັກວ່ານີ້ແມ່ນເຫດການທີ່ຍິ່ງໃຫຍ່,ສ້າງຂີດໝາຍໃນໄລຍະການພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດພາຍຫຼັງ 25 ປີທີ່ຜ່ານມາ,ການພົວພັນລະຫວ່າງສອງປະເທດຫວຽດນາມຣັດເຊຍໄດ້ກ້າວຂຶ້ນສູ່ລະດັບສູງໃໝ່,ດ້ວຍການຮ່ວມມືທີ່ໄດ້ຮັບການປັບປຸງແລະ ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງຄື:ການເມືອງ,ເສດຖະກິດ,ການຄ້າ,ການລົງທຶນ,ການປ້ອງກັນຊາດ,ປ້ອງກັນຄວາມຄວາມສະຫງົບ,ການສຶກສາແລະບຳລຸງສ້າງ,ວິທະຍາສາດແລະເຕັກໂນໂລຢີ,ວັດທະນະທຳ ແລະການທ່ອງທ່ຽວ.

ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອແລະຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມຣັດເຊຍຈະນັບມື້ນັບໄດ້ຮັບການພັດທະນາແລະເຂົ້າສູ່ລວງເລີກ, ເພື່ອຜົນປະໂຫຍດລວມຂອງ 2 ຊາດ, ເພື່ອສັນຕິພາບ,ສະຖຽນລະພາບແລະການພັດທະນາໃນພາກພື້ນ ແລະ ໃນໂລກ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ