ຫວຽດນາມສ້າງໂຮງງານຜະລິດໂທລະສັບມືຖືແຫ່ງໃໝ່

ບໍລິສັດ ສສ ຫວຽດນາມສ້າງໂຮງງານໃໝໃນນະຄອນຫຼວງຮ່າໂນ້ຍມີກຳລັງການຜະລິດສະມາດໂຟນໄດ້ຫຼາຍເຖິງ125 ລ້ານເຄື່ອງຕໍ່ປີ.

ຕາມຂ່າວຕ່າງປະເທດລາຍງານໃນທ້າຍອາທິດທີ່ຜ່ານມາວ່າວິນກຣຸບເຈເອສຊີ (Vingroup JSC), ເປັນບໍລິສັດຈົດທະບຽນຂະໜາດໃຫຍ່ທີ່ສຸດຂອງຫວຽດ ນາມເປີດເຜີຍວ່າ:ບໍລິສັດໄດ້ເລີ່ມກໍ່ສ້າງໂຮງງານຜະລິດໂທລະສັບມືຖືແຫ່ງທີ 2 ຢູ່ນະຄອນຫຼວງຮ່າໂນ້ຍໂດຍມີກຳລັງການຜະລິດເຖິງ125 ລ້ານໜ່ວຍຕໍ່ປີ. ໂຮງງານແຫ່ງທຳອິດຢູ່ນະຄອນຫາຍຟ່ອງທາງພາກເໜືອຂອງປະເທດດ້ວຍກຳລັງການຜະລິດ5ລ້ານໜ່ວຍຕໍ່ປີ.ຄາດວ່າໂຮງງານແຫ່ງທີ 2 ຈະສ້າງສຳເລັດໃນໄລຍະຕົ້ນປີ 2020 ແລະກຳລັງການຜະລິດຈະເພີ່ມຂຶ້ນສູງເພື່ອສາມາດຕອບສະໜອງຕາມຄວາມຕ້ອງການໃນການສັ່ງຊື້ໂທລະສັບຈາກສະຫະພາບເອີຣົບ ແລະອາເມລິກາ .

ນອກຈາກການຜະລິດສະມາດໂຟນແລ້ວເຄື່ອງໃຊ້ໄຟຟ້າຍັງຖື ເປັນສ່ວນສຳຄັນຂອງເສດຖະກິດຫວຽດນາມດ້ວຍຫຼາຍບໍລິສັດເຊັ່ນໂຊນີຂອງຍີ່ປຸ່ນ, ຊຳຊຸງ ແລະແອລ ຈີ ຂອງ ສ ເກົາຫຼີໄດ້ຈັດລະບົບການຜະລິດໃໝ່ເພື່ອຮັບມືຕໍ່ຄວາມຕ້ອງການໃນຕະຫຼາດໂລກທີ່ຊົບເຊົາ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ