ເອເອັສເອຟ ລະບາດໜັກຊຸກຍູ້ເງິນເຟີ້ໃນຕະຫຼາດເກີດໃໝ່

ແຄປິຕອນອີໂຄໂນມິກບໍລິສັດວິໄຈລະດັບໂລກຄາດວ່າພະຍາດອະຫິວາໝູອາຟຣິກາ (ເອ ເອັສເອຟ)ຊຶ່ງຈະເຮັດໃຫ້ເກີດການກຳຈັດໝູຈຳນວນຫຼາຍໃນ ສປ ຈີນ ແລະຊຸກຍູ້ໃຫ້ລາຄາຊີ້ນໝູໃນຕະຫຼາດທ້ອງຖິ່ນໃນຂະນະ ນີ້ ອາດສົ່ງຜົນກະທົບລຸກລາມ ໂດຍກະຕຸ້ນໃຫ້ເກີດອັດຕາເງິນເຟີ້ໃນຕະຫຼາດເກີດໃໝ່ແຫ່ງອື່ນໆ.

ຕາມຂ່າວຕ່າງປະເທດລາຍງານວ່ານອກຈາກໄວຣັສເອເອັສເອຟຈະແຜ່ລະບາດໃນຈີນແລ້ວຍັງຖືກພົບໃນຫຼາຍພື້ນທີ່ທົ່ວອາຊຽນ, ຍີ່ປຸ່ນ,ອົດສະຕຣາລີ, ໂປ ໂລຍ ແລະຣັດເຊຍ,ໃນເດືອນເມສາທີ່ຜ່ານມາລັດຖະບານຈີນກຳຈັດໝູໄປແລ້ວຫຼາຍກວ່າ 1 ລ້ານ ໂຕເພື່ອຄວບຄຸມການລະບາດຂອງພະຍາດ, ເງິນເຟີ້ທີ່ສູງຂຶ້ນຈະເປັນຜົນກະທົບທີ່ຈະແຈ້ງທີ່ສຸດຕໍ່ບັນຫາຕະຫຼາດເກີດໃໝ່ຈາກສະຖານະການນີ້ຖ້າຫາກພະຍາດເອເອັສເອຟແຜ່ກະຈາຍແລະສ້າງຄວາມເສຍຫາຍຮຸນແຮງຂຶ້ນກໍອາດຊຸກຍູ້ໃຫ້ເກີດເງິນເຟີ້ໃນຫຼາຍພື້ນທີ່ໃນອາຊີແລະເອີຣົບຕາເວັນ ອອກ.

ຜູ້ຊ່ຽວຊານຍົກຕົວຢ່າງເຖິງໄຕ້ຫວັນ (ສປ ຈີນ), ກຳປູເຈຍ,ສສ ຫວຽດນາມ, ຣັດເຊຍ,ໂປ ໂລຍ ແລະຣູມານີເພາະບໍລິໂພກຊີ້ນໝູຂ້ອນຂ້າງຫຼາຍຢູ່ທີ່ປະມານ 2% ທຽບກັບບໍ່ເຖິງ 1% ໃນຕະຫຼາດ ເກີດ ໃໝ່ທີ່ເຫຼືອສ່ວນໃຫຍ່ ແລະ ປະມານ 3,5% ໃນຈີນ.