ໂຄງການພັດທະນາທ້ອງຖິ່ນແຂວງຄໍາມ່ວນ ເຊັນສັນຍາ ກໍ່ສ້າງໂຮງຮຽນ 4 ແຫ່ງ ຢູ່ເມືອງບົວລະພາ

 ພິທີເຊັນສັນຍາການກໍ່ສ້າງ ໂຮງຮຽນ 4 ແຫ່ງຂອງເມືອງບົວ ລະພາ ໂຄງການພັດທະນາທ້ອງຖິ່ນແຂວງຄໍາມ່ວນຊຶ່ງໃຫ້ທຶນສະໜັບສະໜູນໂດຍປະເທດຣາຊອານາຈັກ ລຸກຊໍາບວກລະຫວ່າງພະແນກສຶກສາທິການແລະກີລາແຂວງໃນນາມເຈົ້າຂອງໂຄງການຕາງໜ້າ ໂດຍ ທ່ານນັນຕະໄຊອິນທະສອນຮອງຫົວໜ້າພະແນກສຶກສາທິການແລະກີລາແຂວງໄດ້ເຊັນສັນຍາກັບສອງບໍລິສັດຜູ້ຮັບເໝົາກໍ່ສ້າງຄື:ບໍລິສັດສີຄໍາກໍ່ສ້າງຈໍາກັດຕາງໜ້າໂດຍທ່ານສີຄໍາວິທະຍາອໍານວຍການບໍລິສັດສີຄໍາກໍ່ສ້າງຈໍາກັດແລະບໍລິສັດສົມໄຊພັດທະນາຈໍາກັດຜູ້ດຽວຕາງໜ້າ ໂດຍທ່ານສົມໄຊຫຼ້າຈັນທະວົງອໍານວຍການບໍລິສັດສົມໄຊພັດທະນາຈໍາກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ດາວໄຫຼແກ້ວດວງດີຫົວໜ້າພະແນກແຜນການແລະການລົງທຶນແຂວງແລະທ່ານ ຄໍາມາ ແກ້ວ ສີກັນຍາຮອງຫົວໜ້າພະແນກການ ເງິນແຂວງຕະຫຼອດເຖິງພາກສ່ວນກ່ຽວຂ້ອງທັງສອງຝ່າຍໃຫ້ທຶນກໍ່ສ້າງ,ຝ່າຍເຈົ້າຂອງໂຄງການ ແລະຝ່າຍບໍລິສັດຮັບເໝົາກໍ່ສ້າງເຂົ້າຮ່ວມ.ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ  2019  ທີ່ຫ້ອງປະຊຸມຂອງພະແນກສຶກສາທິການແລະກີລາແຂວງ .

ໃນການເຊັນຍາກໍ່ສ້າງໂຮງຮຽນ 4 ແຫ່ງດັ່ງກ່າວນີ້ຝ່າຍບໍລິສັດຜູ້ຮັບເໝົາກໍ່ສ້າງແມ່ນຈະໄດ້ຮັບໄປຈັດຕັ້ງປະຕິບັດບໍລິສັດລະ 2 ແຫ່ງ ໃນນັ້ນບໍລິສັດສົມໄຊພັດທະນາ ຈໍາກັດຜູ້ ດຽວເຈົ້າຂອງໂຄງການໄດ້ຕົກລົງ ໃຫ້ຮັບເໝົາດໍາເນີນການກໍ່ສ້າງໂຮງຮຽນປະຖົມ 2 ແຫ່ງຄື : ໂຮງຮຽນ ປະຖົມບ້ານທາງແບ່ງແລະໂຮງຮຽນປະຖົມບ້ານກະອີດ້ວຍມູນຄ່າການກໍ່ສ້າງທັງໝົດ 859,49 ລ້ານກີບລວມໄລຍະເວລາການກໍ່ສ້າງ 6 ເດືອນ ນັບແຕ່ວັນທີ 17 ມິຖຸນາ 2019   ຫາ ວັນທີ 17 ທັນວາ 2019, ສໍາລັບບໍລິສັດສີຄໍາກໍ່ສ້າງຈໍາກັດເຈົ້າຂອງໂຄງການໄດ້ຕົກລົງໃຫ້ຮັບເໝົາດໍາເນີນການກໍ່ສ້າງໂຮງຮຽນ 2 ແຫ່ງຄື: ໂຮງຮຽນ ມຕ ກະເຕາະແລະໂຮງຮຽນປະຖົມບ້ານງຶກດ້ວຍມູນຄ່າການກໍ່ສ້າງທັງໝົດ 889,7ລ້ານກີບ ລວມໄລຍະເວລາການກໍ່ສ້າງ 6 ເດືອນນັບແຕ່ວັນທີ 12  ມິຖຸ ນາ 2019 ຫາ ວັນທີ 12 ທັນວາ 2019, ໃນຈໍານວນໂຮງຮຽນ 4 ແຫ່ງທີ່ 2 ບໍລິສັດຜູ້ຮັບເໝົາກໍ່ສ້າງ ຕ້ອງໄດ້ເອົາໃຈໃສ່ ແລະປະຕິບັດ ຕາມເພື່ອໃຫ້ທັນຕາມໄລຍະເວລາ ທີ່ກໍານົດໄວ້ຖ້າຜູ້ຮັບເໝົາມີການດໍາເນີນການກໍ່ສ້າງຊັກຊ້າຈະໄດ້ຖືກປັບ ໄໝ  0,1%  ຂອງມູນຄ່າກໍ່ສ້າງທີ່ຍັງ ເຫຼືອ.

ດ້ານຂອດການຊໍາລະຄ່າກໍ່ສ້າງທາງເຈົ້າຂອງໂຄງການຈະໄດ້ຊໍາ ລະເປັນ 3 ງວດຄື: ຈ່າຍງວດທີ 1ລ່ວງໜ້າໃຫ້ກັບຜູ້ຮັບເໝົາທີ່ພາຍຫຼັງຜູ້ຮັບເໝົາໄດ້ນໍາເອົາວັດຖຸ ແລະ ອຸປະກອນການກໍ່ສ້າງທັງໝົດສົ່ງວັດຖຸກໍ່ສ້າງເຖິງສະໜາມຈໍານວນ 30% ຂອງວັດຖຸກໍ່ສ້າງໃນໂຄງ ການນັ້ນຊຶ່ງວັດຖຸດັ່ງກ່າວນີ້ຈະໄດ້ ຮັບການກວດກາ ແລະຮັບຮອງເອົາໂດຍວິຊາການ, ຄະນະກໍາມະການ ກວດກາແລະຢັ້ງຢືນ ໂດຍນາຍ ບ້ານ,ຈົ້າຂອງໂຄງການຈະຈ່າຍໃຫ້ກັບຜູ້ຮັບເໝົາເປັນຈໍານວນ 20 % ຂອງມູນຄ່າຮັບເໝົາກໍ່ສ້າງທັງໝົດ,ຈ່າຍງວດທີ 2 ແມ່ນຈ່າຍຄ່າກໍ່ສ້າງ ຜູ້ຮັບເໝົາໄດ້ເຮັດສໍາເລັດການກໍ່ ສ້າງ 50% ຂອງໜ້າວຽກກໍ່ສ້າງ ທັງໝົດ, ເຈົ້າຂອງໂຄງການຈ່າຍ ໃຫ້ຜູ້ຮັບເໝົາເປັນຈໍານວນ 35% ຂອງມູນຄ່າກໍ່ສ້າງທັງໝົດ,ຈ່າຍງວດທີ 3 ແມ່ນພາຍຫຼັງຜູ້ຮັບເໝົາ ເຮັດສໍາເລັດການກໍ່ສ້າງ 100% ໂດຍຜ່ານການກວດກາຮັບເອົາຜົນສໍາເລັດຈາກວິຊາການ,ນາຍບ້ານ,ຄະນະກໍາມະການກວດກາໄດ້ເຊັນ ຮັບຮອງ, ເຈົ້າຂອງໂຄງການຈ່າຍໃຫ້ກັບຜູ້ຮັບເໝົາເປັນຈໍານວນ 35%.

ນອກຈາກນັ້ນເຈົ້າຂອງໂຄງການຍັງຈະໄດ້ຈ່າຍພາຍຫຼັງການຄໍ້າປະກັນຄຸນນະພາບວຽກ 1 ປີ ທັງນີ້ພາຍຫຼັງການນໍາໃຊ້ສິ່ງກໍ່ສ້າງນັ້ນຜ່ານໄປ 1 ປີ,ຄະນະວິຊາການ,ຄະນະບ້ານ, ຄະນະກໍາມະການກວດກາການກໍ່ສ້າງໄດ້ລົງກວດກາການກໍ່ສ້າງນັ້ນຫາກເຫັນວ່າສິ່ງກໍ່ ສ້າງຍັງດີມີຄຸນນະພາບການກໍ່ສ້າງ ເປັນປົກກະຕິບໍ່ແຕກ,ບໍ່ເປ້ເພເຈົ້າ ຂອງໂຄງການຈະຈ່າຍໃຫ້ຜູ້ຮັບເໝົາຈໍານວນທີ່ໄດ້ຫັກໄວ້ຄໍ້າປະກັນຄຸນນະພາບວຽກຈໍານວນ 10% ນັ້ນໃຫ້ກັບຜູ້ຮັບເໝົາ. ແຕ່ຖ້າຫາກວ່າ ສິ່ງກໍ່ສ້າງດັ່ງກ່າວທີ່ຖືກນໍາໃຊ້ມານັ້ນເປ້ເພ,ແຕກຫັກຜູ້ຮັບເໝົານັ້ນຕ້ອງໄດ້ສ້ອມແປງຄືນເຮັດໃຫ້ສິ່ງກໍ່ສ້າງນັ້ນມີສະພາບດີເປັນປົກກະຕິ ໂດຍມີການກວດກາຄືນຈາກຄະນະວິຊາການ,ຄະນະບ້ານ,ຄະນະກໍາມະການກວດກາການກໍ່ສ້າງໄດ້ຢັ້ງ ຢືນ-ຮັບຮອງເອົາຜົນການປົວແປງ ສໍາເລັດແລ້ວເຈົ້າຂອງໂຄງການຈິ່ງຈະໄດ້ຈ່າຍເງິນຈໍານວນ 10% ທີ່ ໄດ້ຫັກໄວ້ນັ້ນໃຫ້ກັບຜູ້ຮັບເໝົາ.  

ພາບ ແລະຂາ່ວໂດຍ: ໜສືພິມເສດຖະກິດ-ສັງຄົມ