ຢ່າຄິດວ່າເປັນເລື່ອງປົກກະຕິ ຕື່ນແລ້ວນອນຕໍ່

ຫຼາຍຄົນອາດຈະເຄີຍເປັນຄືກັນກັບຜູ້ຂຽນເມື່ອໄດ້ຍິນສຽງໂມງປຸກໃນຕອນເຊົ້າແລ້ວແທນທີ່ຈະລຸກແຕ່ກັບປິດໂມງປຸກແລ້ວນອນຕໍ່ອີກ 5-10 ນາທີ ແລະຄິດວ່າມັນເປັນການພັກຜ່ອນສະໝອງຕໍ່ ແລະ ບໍ່ເປັນອັນຕະລາຍ.

ແຕ່ທ່ານຮູ້ບໍ່ວ່າ,ການນອນຕໍ່ຫຼັງຈາກສຽງໂມງປຸກນັ້ນເປັນການທຳລາຍສະໝອງແບບບໍ່ຮູ້ໂຕ,ເນື່ອງຈາກສະໝອງໄດ້ຖືກປຸກໃຫ້ ຕື່ນດ້ວຍສຽງໂມງປຸກແລ້ວ, ແຕ່ ໂຕເຮົາເອງກັບບັງຄັບໃຫ້ມັນພັກ ຜ່ອນຕໍ່, ເຮັດໃຫ້ສະໝອງທີ່ສົດ ຊື່ນຕອນຕື່ນໃໝ່ໆກາຍເປັນສະໝອງທີ່ບໍ່ສົດຊື່ນ.ດັ່ງນັ້ນ,ເມື່ອສຽງໂມງປຸກດັງເຮົາຕ້ອງຕື່ນທັນທີ ແລະມື້ນັ້ນຈະເປັນມື້ທີ່ສະໝອງ ເຮັດວຽກໄດ້ດີ ແລະມີຄວາມສົດ ຊື່ນທີ່ສຸດ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ