ເກີດແຜ່ນດິນໄຫວຢູ່ຈີນເສຍຊີວິດ 12 ຄົນ

ເກີດແຜ່ນດິນໄຫວຂະໜາດ 6,0 ຣິກເຕີຢູ່ມົນທົນເສສວນຂອງ ສປ ຈີນ ໃນຕອນເດິກທີ່ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດແລ້ວ 12 ຄົນ ແລະບາດເຈັບອີກ 125 ຄົນ.

ສຳນັກຂ່າວປະເທດລາຍງານວ່າເກີດແຜ່ນດິນໄຫວຂະໜາດ 6,0 ທີ່ເມືອງອີ້ປິ່ນ (Yibin) ມົນທົນເສສວນ ທາງຕະເວັນຕົກສ່ຽງໃຕ້ຂອງຈີນເມື່ອເວລາປະມານ 22.55 ໂມງ ຂອງວັນທີ 17 ມິຖຸນາທີ່ຜ່ານມາ ຕາມ ເວລາທ້ອງຖິ່ນ ໂດຍສູນກາງແຜ່ນດິນໄຫວມີຄວາມເລິກ 10 ກິໂລແມັດ.ຈົນຮອດເວລາ 08.30 ໂມງ ຂອງວັນທີ 18 ມິຖຸນາມີຈຳນວນຜູ້ເສຍ ຊີວິດແລ້ວ 12 ຄົນ ແລະບາດເຈັບອີກ 125 ຄົນ, ແຮງສັ່ນສະເທືອນສົ່ງຜົນໃຫ້ພື້ນຫົນທາງຫຼາຍສາຍເກີດຮອຍແຕກ,ອາຄານຫຼາຍຫຼັງພັງຖະຫຼົ່ມ,ບ້ານເຮືອນແລະສິ່ງກໍ່ສ້າງອື່ນໆເປ່ເພເສຍຫາຍ,ສົ່ງຜົນກະທົບຕໍ່ລະບົບ ໄຟຟ້າ ແລະການສື່ສານ, ມີລາຍງານລະບຸວ່າໂຮງແຮມແຫ່ງໜຶ່ງທີ່ຢູ່ໃກ້ ກັບຈຸດສູນກາງແຜ່ນດິນໄຫວໄດ້ຖະຫຼົ່ມລົງມາແຕ່ຍັງບໍ່ຮັບຊາບວ່າມີຜູ້ບາດເຈັບແລະເສຍຊີວິດ ຫຼື ບໍ່ຈົນຮອດເວລາປະມານ 09.00 ໂມງ ພົບວ່າເກີດມີອາຟເຕີຊັອກ (Aftershock) ອີກຫຼາຍກວ່າ 68 ຄັ້ງວັດແທກຄວາມຮຸນແຮງຕໍ່າສຸດຢູ່ທີ່ຂະໜາດ 2.0 ແລະສູງສຸດຂະໜາດ 5.3 ຊຶ່ງສາມາດຮັບຮູ້ໄດ້ໃນຫຼາຍໆເມືອງໃຫຍ່ເຊັ່ນເສິນຕູ່ ແລະສົງຊິ້ງ.

ດ້ານສຳນັກງານຄຸ້ມຄອງເຫດສຸກເສີນຂອງຈີນໄດ້ລະດົມເຈົ້າໜ້າທີ່ກູ້ໄພ ແລະດັບເພີງຢ່າງໜ້ອຍ 300 ຄົນລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພພ້ອມເຕັ້ນອີກ 5.000 ຫຼັງ, ຕຽງພັບ 10.000 ຕຽງ, ຜ້າຫົ່ມ 20.000 ຜືນ ແລະອຸປະກອນບັນເທົາທຸກສຸກເສີນອື່ນໆ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ