ເກີດພະຍາດສະໝອງອັກເສບຢູ່ອິນເດຍເສຍຊີວິດ 100 ກວ່າຄົນ

 

 ລັດພິຫານທີ່ຢູ່ທາງພາກເໜືອຂອງອິນເດຍປະເຊີນກັບສະພາບອາກາດຮ້ອນແຮງໃນເດືອນມິຖຸນານີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 80 ຄົນ ແລະເດັກນ້ອຍຫຼາຍກວ່າ 100 ຄົນ ເສຍຊີວິດຈາກພະຍາດສະໝອງອັກ ເສບກະທັນຫັນ ຊຶ່ງສັນນິຖານວ່າເກີດຈາກສານພິດໃນໝາກລິນຈີ່.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 18 ມິຖຸນາທີ່ຜ່ານມາວ່າຕາມການລາຍງານຈາກໂຮງໝໍລະບຸວ່າຈຳນວນເດັກນ້ອຍເສຍຊີວິດຈາກພະຍາດສະໝອງອັກເສບກະທັນຫັນ (ເອອີເອສ)ສະເພາະຢູ່ເມືອງມຸດຊັບຟາບຸຣະເພີ່ມເປັນຢ່າງໜ້ອຍ 85 ຄົນແລະຍັງມີລາຍງານເດັກນ້ອຍເສຍຊີວິດຈາກພະຍາດດຽວກັນນີ້ອີກຢ່າງໜ້ອຍ18 ຄົນ ຢູ່ໂຮງໝໍແຫ່ງອື່ນໃນລັດພິຫານເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມເປັນ 103 ຄົນນັບຕັ້ງ ແຕ່ຕົ້ນເດືອນນີ້ ທັງນີ້ ເຈົ້າໜ້າທີ່ເຊື່ອວ່າສາເຫດການເສຍຊີວິດຂອງເດັກນ້ອຍສ່ວນໃຫຍ່ມາຈາກການຮັບປະທານໝາກລິນຈີ່ ຊຶ່ງຕັ້ງຂໍ້ສັນນິຖານວ່າມີສານບາງຢ່າງທີ່ເປັນພິດ ໂດຍເດັກນ້ອຍສ່ວນໃຫຍ່ມີພາວະສູນເສຍກລູ ໂຄສໃນເລືອດກະທັນຫັນກ່ອນເສຍຊີວິດ.

ເຖິງແມ່ນວ່າການເສຍຊີວິດຈາກພະຍາດເອອີເອສ ເກີດຂຶ້ນທຸກປີໃນລັດພິຫານຊຶ່ງເປັນແຫຼ່ງປູກໝາກລີນຈີ່ແລະໃນໄລຍະນີ້ເປັນລະດູໝາກລິນຈີ່ພໍດີແຕ່ວ່າສະຖານະການໃນປີນີ້ຖືວ່າວິກິດກວ່າປີ 1995 ຊຶ່ງມີຜູ້ ເສຍຊີວິດຢ່າງໜ້ອຍ 78 ຄົນ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ