ມາເລເຊຍສົ່ງອອກໝາກຖົ່ວລຽນແຊ່ເຢັນ 4 ໂຕນໄປຈີນ

ໝາກຖົ່ວລຽນສາຍພັນມູ ຊາງຄິງແຊ່ເຢັນໝົດເປືອກຂອງ ມາເລເຊຍທັງໝົດ 4 ໂຕນ ເລີ່ມ ສົ່ງອອກຂາຍຢູ່ ສປ ຈີນ ເປັນງວດ ທຳອິດໃນວັນທີ 17 ມິຖຸນານີ້ ຊຶ່ງຄາດວ່າຈະສົ່ງເຖິງນະຄອນຊຽງໄຮ້ໃນວັນທີ 19 ເດືອນດຽວກັນ.ຕາມຂ່າວ CrI ລາຍງານວ່າ ທ່ານຊາລາຮຸດດິນຣາບານີລັດຖະມົນຕີກະຊວງກະສິກຳມາເລ ເຊຍ ກ່າວວ່າ:ອຸດສາຫະກຳໝາກຖົ່ວລຽນໃນແຕ່ລະປີກໍສາມາດ ສ້າງລາຍຮັບໃຫ້ແກ່ມາເລເຊຍຢ່າງມະຫາສານຄຽງຄູ່ກັບຈີນອະນຸມັດການນຳເຂົ້າໝາກຖົ່ວລຽນສາຍພັນມູຊາງຄິງແຊ່ເຢັນໝົດ ເປືອກ,ຄາດວ່າໃນຕໍ່ໜ້າຈະສາມາດສ້າງລາຍຮັບໃຫ້ແກ່ມາເລເຊຍຢ່າງໜ້ອຍໄດ້ເຖິງ 500 ລ້ານລິງກິດ (ສະກຸນເງິນມາເລເຊຍ)ຕໍ່ປີແລະກະຕຸ້ນໃຫ້ການຜະລິດໝາກຖົ່ວລຽນຂອງມາເລເຊຍ ເພີ່ມຂຶ້ນອີກ.

ທ່ານ ປາຍທ່ຽນເອກອັກຄະລັດຖະທູດຈີນປະຈຳມາເລເຊຍກ່າວວ່າ:ໝາກຖົ່ວລຽນມາເລເຊຍມີຊື່ສຽງໃນໂລກ,ຂະນະທີ່ຜູ້ບໍລິໂພກຊາວຈີນກໍນິຍົມຊົມຊອບໝາກຖົ່ວລຽນມູຊາງຄິງຂອງມາເລເຊຍ ແລະໃຫ້ເຂົ້າເຖິງຕະຫຼາດຈີນໂດຍ ໄວ ຊຶ່ງຈະເປັນການຊຸກຍູ້ສົ່ງເສີມອຸດສາຫະກຳໝາກຖົ່ວລຽນມາເລເຊຍໃຫ້ມີການພັດທະນາ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ