ຍອດຂາຍເຮືອນຢູ່ສິງກະໂປຫຼຸດລົງ 15,2%

ອົງການພັດທະນາເມືອງສິງກະໂປລະບຸວ່າຍອດຂາຍເຮືອນສ່ວນບຸກຄົນຈາກຜູ້ພັດທະນາໃນສິງກະໂປໃນເດືອນພຶດສະພາທີ່ຜ່ານມາຫຼຸດລົງ 15,2% ເມື່ອທຽບກັບປີກ່ອນ.

ຕາມຂ່າວຕ່າງປະເທດລາຍງານວ່າຍອດຂາຍເຮືອນໃນສິງກະໂປຫຼຸດລົງ 15,2% ໂດຍບໍ່ມີການຂາຍ ຫຼື ເປີດໂຕໂຄງການຄອນໂດມິນຽມລະດັບສູງໃໝ່ໃນເດືອນພຶດສະພາເລີຍແຕ່ເມື່ອທຽບກັບເດືອນຕໍ່ເດືອນຍອດຂາຍເຮືອນໃໝ່ເພີ່ມຂຶ້ນເຖິງ 29,5% ຈາກ 735 ຫ້ອງ(ຢູນິດ) ໃນເດືອນເມສາເນື່ອງຈາກມີໂຄງການໃໝ່ເປີດໂຕຫຼາຍໂຄງການໃນເດືອນພຶດສະພາມີການເປີດໂຕເຮືອນທັງໝົດ 1.394 ຫ້ອງໃນເດືອນພຶດສະພາເພີ່ມ ຂຶ້ນຈາກເດີມ 444 ຫ້ອງທີ່ມີການເປີດໂຕໃນເດືອນເມສາ, ໂດຍໂຄງການທີ່ຂາຍດີທີ່ສຸດໃນເດືອນພຶດສະພາຄື Amber Park (155 ຫ້ອງລາຄາສະເລ່ຍ 2.475 ໂດລາ ສິງກະໂປຕໍ່ຕາລາງຟຸດ), Parc Komo (79 ຫ້ອງໃນລາຄາສະເລ່ຍ 1.497 ຕາລາງຟຸດ).

ຢ່າງໃດກໍຕາມລາຄາເຮືອນຍັງເປັນປັດໄຈສຳຄັນ ໂດຍ 62,5% ຂອງຜູ້ຊື້ຕັດສິນໃຈຊື້ດ້ວຍລາຄາ 1,5 ລ້ານໂດລາສິງກະໂປ ແລະຕໍ່າກວ່າເດືອນກ່ອນໜ້ານີ້.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ