ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກໄວ້ອາໄລ ເຖິງດວງວິນຍານແມ່ເຖົ້າກີ່ມສ່ຽມຫົງ

   ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງຕະກຸນແສງອາລຸນພາຍຫຼັງທີ່ແມ່ເຖົ້າໃຫຍ່ກີ່ມສ່ຽມຫົງ ໄດ້ເສຍຊີວິດໄປໃນວັນທີ 16 ມິຖຸນາ 2019 ໂດຍໂລກສະລາ ອາຍຸໄດ້ 94 ປີ ຊຶ່ງບັນດາອໍາ ນາດການປົກຄອງແຂວງກໍ່ຄືບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດຕ່າງກໍ່ໄດ້ສະແດງຄວາມເສຍໃຈຕໍ່ການສູນເສຍຄັ້ງນີ້ພ້ອມດ້ວຍການເຂົ້າວາງພວງມະລາເຖິງດວງວິນຍານຂອງແມ່ເຖົ້າກີ່ມສ່ຽມຫົງ.

     ໃນວັນທີ 19 ມິຖຸນາ 2019 ຄະນະປະທານຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງ ແຂວງຈໍາປາສັກ ພ້ອມດ້ວຍການຈັດຕັ້ງສະຫະພັນແມ່ຍິງແຂວງ, ປະທານບໍລິສັດຫົວຄໍາພາກໃຕ້, ບໍລິສັດຈະເລີນຟາມ ແລະຄະນະນໍາຈາກຫົວໜ່ວຍທຸລະກິດຂອງສະມາຄົມກໍໄດ້ພ້ອມກັນເຂົ້າຮ່ວມວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງແມ່ກີ່ມສ່ຽມຫົງຜູ້ເປັນແມ່, ເປັນແມ່ເຖົ້າທີ່ໄດ້ເຖິງແກ່ມໍລະນະກໍາໃນວັນອາທິດທີ 16 ມິຖຸ ນາ 2019 ດ້ວຍໂລສະລາ ລວມ ອາ ຍຸໄດ້ 94 ປີ ຊຶ່ງຄະນະດັ່ງກ່າວໄດ້ພ້ອມກັນເຄົາລົບໄວ້ອາໄລ ແລະ ສະແດງຄວາມເສົ້າສະຫຼົດໃຈ,ຂໍແບ່ງເບົາຄວາມທຸກໂສກມາຍັງຄອບຄົວ,ຍາດຕິພີ່ນ້ອງ (ແຊຕັ້ງ) ທີ່ເຮືອນຂອງທ່ານຮົວ ແສນອາລຸນ ບ້ານສະໜາມໄຊ ນະຄອນປາກເຊ ແຂວງຈໍາປາສັກ.

  ຈາກນັ້ນແມ່ນຈະໄດ້ເຂົ້າຮ່ວມປາຊະນະກິດສົບທີ່ສຸສານຈີນຫຼັກ 9 ທາງ 13 ເໜືອໃນວັນທີ 22 ມິຖຸນາ 2019 ເວລາ 14:00 ໂມງ ແລະຮ່ວມທໍາບຸນຕົບ ແຕ່ງ ເຄື່ອງໄຊຍະທານໃນມື້ແຮມ 7 ຄໍ່າເດືອນ 7ພສ 2562 ກົງກັບ ວັນຈັນທີ 24 ມິຖຸນາ 2019 ເປັນ ມື້ຕັ້ງກອງບຸນ ແລະເຂົ້າຮ່ວມຕັກບາດສັງຄະທານໃນມື້ແຮມ 8 ຄໍ່າເດືອນ7 ພສ 2562 ກົງກັບວັນອັງຄານທີ 25 ກໍລະກົດ 2019 ເວລາ 8:00 ໂມງ ແກ່ພະສົງ 11 ອົງ ແລະ ເລີກແລ້ວໃນວັນນັ້ນ, ດັ່ງ ນັ້ນຈິ່ງຂໍເຊີນຊວນຄະນະສະມາຊິກສະມາຄົມນັກທຸລະກິດແມ່ຍິງ ແຂວງຈໍາປາສັກ ແລະບັນດາທ່ານແຂກທັງຫຼາຍສະລະເວລາເຂົ້າຮ່ວມອົບອຸ່ນເອົາບຸນນໍາເຈົ້າສັດ ທາດ້ວຍ.

ຂຽນໂດຍ: ໂພທິຣາຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ