ເຂື່ອນໄຟຟ້າຂະໜາດໃຫຍ່ໃນຈີນ ຈະເລີ່ມຜະລິດໄຟຟ້າປີໜ້າ

 ສະຖານີຜະລິດໄຟຟ້າພະລັງງານນໍ້າອູຕົງເຕີຖືວ່າເປັນໂຄງການໄຟຟ້າພະລັງງານນໍ້າຂະໜາດໃຫຍ່ທີ່ສຸດອັນດັບ 4 ຂອງ ສປ ຈີນ ແລະອັນດັບ 7 ຂອງໂລກເມື່ອກໍ່ສ້າງສຳເລັດມີກຳນົດເລີ່ມຜະລິດໄຟຟ້າໃນເດືອນສິງ ຫາປີ 2020.

ຕາມຂ່າວຊິນຮວາລາຍງານວ່າທ່ານຈາງຈຽນຊານຫົວໜ້າສຳນັກງານກໍ່ສ້າງສັງກັດບໍລິສັດວິສະວະກຳກໍ່ສ້າງສາມເຜົາເກີໂຈປ້າແຫ່ງຈີນກ່າວໃນທ້າຍອາທິດທີ່ຜ່ານມາວ່າສະຖານີຜະລິດໄຟຟ້າພະລັງງານນໍ້າອູຕົງເຕີມີຄວາມສູງຂອງເຂື່ອນ 270 ແມັດ ແລະມີກຳລັງກັກເກັບນໍ້າ ທັງໝົດ 7,4 ຕື້ແມັດກ້ອນ. ຊຶ່ງສະຖານີຜະລິດໄຟຟ້າພະລັງງານນໍ້າແຫ່ງ ນີ້ຈະຖືກຕິດຕັ້ງເຄື່ອງກຳນົດໄຟຟ້າພະລັງງານນໍ້າ 12 ເຄື່ອງ ແຕ່ລະ ເຄື່ອງມີກຳລັງການຜະລິດ 850.000 ກິໂລວັດ ໂດຍກຳລັງການຜະລິດຕິດຕັ້ງທັງໝົດຂອງສະຖານີຈະຢູ່ທີ່ 10,2 ລ້ານກິໂລວັດສ່ວນການຜະລິດໄຟຟ້າລາຍປີຄາດວ່າຈະຢູ່ທີ່ 38,9 ຕື້ກິໂລວັດຊົ່ວໂມງ.ຊຶ່ງປະຈຸບັນການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າອູຕົງເຕີມີຄວາມຄືບໜ້າຫຼາຍຄາດ ວ່າເຄື່ອງກຳເນີດໄຟຟ້າເຄື່ອງທຳອິດຈະຜະລິດກະແສໄຟຟ້າໄດ້ໃນເດືອນສິງຫາປີ 2020 ແລະເຄື່ອງກຳເນີດໄຟຟ້າທັງໝົດຈະເດີນເຄື່ອງໃນເດືອນທັນວາປີ 2021.

ສະຖານີຜະລິດໄຟຟ້າພະລັງງານນໍ້າອູຕົງເຕີເປັນໂຄງການໄຟຟ້າພະລັງງານນໍ້າຂະໜາດໃຫຍ່ຕັ້ງຂວາງແມ່ນໍ້າຈິນຊາທີ່ເປັນຕົ້ນແມ່ນໍ້າແຍງຊີກຽງຊຶ່ງຈະຊ່ວຍສົ່ງເສີມການພັດທະນາເສດຖະກິດຢ່າງມີຄຸນນະພາບສູງ.

  1. ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ