ໄຂ້ຫວັດໃຫຍ່ H1N1 ລະບາດໃນມຽນມາ ເສຍຊີວິດ 3 ຄົນ

ເຈົ້າໜ້າທີ່ກະຊວງສາທາລະນາສຸກມຽນມາເປີດເຜີຍວ່າປະຈຸບັນມີຜູ້ເສຍຊີວິດຈາກໄວຣັສໄຂ້ຫວັດໃຫຍ່ສາຍພັນ ເອຊ 1 ເອັນ 1(H1N1) ແລ້ວ 3 ຄົນ ເຂດນະ ຄອນຢາງກຸ້ງ.

ຕາມຂ່າວຊິນຮວາລາຍງານວ່າດຣ ຕາດູນຈໍ ເຈົ້າໜ້າທີ່ກະຊວງສາທາລະນະສຸກ ແລະກີລາຂອງມຽນມາກ່າວໃນທ້າຍອາທິດທີ່ຜ່ານມາວ່າມີຜູ້ເສຍຊີວິດຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ທົ່ວປະເທດແລ້ວ 8 ຄົນ ຫຼັງຈາກສົ່ງຕົວຢ່າງໄປກວດຂະນະທີ່ຜູ້ເສຍຊີວິດ 3 ຄົນກໍລວມ ຢູ່ໃນກຸ່ມນີ້,ທັງນີ້ອາການຂອງຜູ້ທີ່ຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ H1N1 ຄ້າຍຄືກັບໄຂ້ຫວັດຕາມ ລະດູການທົ່ວໄປຄື: ມີໄຂ້, ໄອ, ເຈັບຄໍ, ຂີ້ມູກໄຫຼ, ປວດເມື່ອຍຕາມ ຕົນຕົວ, ປວດຫົວ ແລະໜາວສັ່ນ ລວມໄປເຖິງຮາກ ແລະຖອກທ້ອງ.

ກະຊວງສາທາລະນະສຸກລະບຸວ່າ ຄົນເຈັບມີອາການດັ່ງກ່າວ ພາຍໃນ 1-5 ວັນ ຊຶ່ງເອີ້ນວ່າ ໄລຍະຟັກຕົວຫຼັງຈາກສຳພັດຜູ້ຕິດ ເຊື້ອສ່ວນເຊື້ອໄວຣັສຈະແຜ່ກະຈາຍໂດຍລະອອງທີ່ກະຈາຍໃນອາກາດຈາກການໄອ,ຈາມຊຶ່ງປົນ ເປື້ອນພະຍາດຂອງຜູ້ຕິດເຊື້ອ.

  1. ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ