ເຈົ້າແຂວງໄຊສົມບູນຊຸກຍູ້ວຽກກໍ່ສ້າງຮາກຖານຢູ່ຈຸດສຸມ

  ທ່ານ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ແຕ່ລະຈຸດສຸມຂອງ ເມືອງອະນຸວົງ ໃນລະຫວ່າງວັນທີ 19 ຫາ 20 ມິຖຸນາ 2019 ນີ້, ເພື່ອພົບປະໂອ້ລົມພະນັກງານຮາກຖານທີ່ປະຈໍາຢູ່ແຕ່ລະຈຸດສຸມຂອງເມືອງດັ່ງກ່າວ.

  ທ່ານເຈົ້າແຂວງໄຊສົມບູນໄດ້ຮັບຟັງການລາຍງານສະພາບຈຸດພິເສດຂອງແຕ່ລະບ້ານຈາກບັນດາຫົວໜ້າໜ່ວຍງານກໍ່ສ້າງຮາກຖານການເມືອງທີ່ປະຈໍາຢູ່ແຕ່ລະບ່ອນຊຶ່ງແຕ່ລະຈຸດສຸມກໍ່ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະທີ່ຜ່ານມາພ້ອມທັງຈຸດອ່ອນ, ບັນຫາຂໍ້ຄົງຄ້າງອື່ນໆທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ,ໃນໂອກາດດັ່ງກ່າວທ່ານເຈົ້າແຂວງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນ້ໍາໃຈເສຍສະຫຼະຂອງອ້າຍນ້ອງຮາກຖານທີ່ໄດ້ມີຄວາມຕັດສິນໃຈສູງຜ່ານຜ່າທຸກຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຜົນສໍາເລັ ດຫຼາຍດ້ານ ແລະໄດ້ເນັ້ນໜັກໃຫ້ພະນັກງານກໍ່ສ້າງຮາກຖານການເມືອງທຸກສະຫາຍຈົ່ງສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມເປັນເຈົ້າການໂດຍສຸມໃສ່ການປັບປຸງການເມືອງຢູ່ຂັ້ນບ້ານໃຫ້ມີຄວາມເຂັ້ມແຂງໂດຍສອດຫ້ອຍກັບການຄຸ້ມຄອງຕິດຕາມກວດກາການເຄື່ອນໄຫວເຂົ້າອອກຂອງປະຊາຊົນພາຍ ໃນບ້ານໃຫ້ລະອຽດໄປຄຽງຄູ່ກັບການໂຄສະນາເຜີຍແຜ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອຕີຖອຍທຸກໜໍ່ແໜງທີ່ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ທັນການ.

  ວຽກງານພັດທະນາເສດຖະກິດຂອງປະຊາຊົນກໍ່ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງເຂົາເຈົ້າໃຫ້ນັບມື້ຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ ເພື່ອປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ