ວັນອະນຸລັກສັດນໍ້າປີນີ້ ສາລະວັນຈະປ່ອຍປາ 9 ແສນໂຕ

   ເນື່ອງໃນວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດວັນທີ 13 ກໍລະກົດນີ້ ທົ່ວແຂວງສາລະວັນ ແມ່ນໄດ້ກະກຽມແຜນທີ່ຈະປ່ອຍປາລົງສູ່ແມ່ນໍ້າໃນປີນີ້ໃຫ້ໄດ້ 9 ແສນໂຕ.

  ທ່ານ ອາດ ເກດທອງຄໍາ ຮອງຫົວໜ້າຂະແໜງລ້ຽງສັດ ແລະການປະມົງພະແນກກະສິກໍາ ແລະ ຜ່າໄມ້ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ທົ່ວແຂວງສາລະວັນມີແຜນຜະລິດລູກປາໃນປີ 2019 ໃຫ້ໄດ້ 15 ລ້ານໂຕ, ຊຶ່ງມາຮອດປະຈຸບັນສາມາດຜະລິດລູກປາເພື່ອຕອບສະໜອງໃຫ້ກັບຊາວກະສິກອນໄດ້ທັງໝົດ 17 ລ້ານກວ່າໂຕ, ລື່ນແຜນ 2 ລ້ານກວ່າໂຕ, ໃນນີ້ພາກສ່ວນລັດຜະລິດໄດ້ 5 ລ້ານກວ່າໂຕ, ເອກະຊົນ 2 ລ້ານກວ່າໂຕ ແລະ ພາກສ່ວນຄອບຄົວຜະລິດໄດ້ 9 ລ້ານກວ່າໂຕ.

  ສໍາລັບວັນອະນຸລັກສັດນໍ້າ-ສັດປ່າ ວັນທີ 13 ກໍລະກົດທີ່ຈະມາເຖິງນີ້ທົ່ວແຂວງສາລະວັນຈະປ່ອຍປາຄືນສູ່ທໍາມະຊາດທັງໝົດ 9 ແສນໂຕ, ມີ 20 ຈຸດ ແລະ 18 ບ້ານຂອງ 8 ຕົວເມືອງເປັນບ່ອນປ່ອຍ. ໃນນັ້ນມີປາປາກ 3 ແສນກວ່າໂຕ, ປາໄນ 2 ແສນກວ່າໂຕ, ປານວນຈັນ 1 ແສນກວ່າໂຕ, ປານິນ 40 ພັນກວ່າໂຕ, ປາຈີນ 6,5 ພັນໂຕ ແລະປາດຸກ 20 ພັນກວ່າໂຕ. ສໍາລັບການປ່ອຍປາປີນີ້ແມ່ນເພີ່ມຂຶ້ນຫຼາຍກວ່າປີຜ່ານມາ 3 ລ້ານກວ່າ ໂຕ, ໃນປີ 2018 ແມ່ນປ່ອຍປາ 5 ລ້ານກວ່າໂຕ.

 ທ່ານຮອງຫົວໜ້າຂະແໜງລ້ຽງສັດ ແລະການປະມົງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງເປັນເຈົ້າການ ແລະເອົາໃຈໃສ່ວັນດັ່ງກ່າວນີ້ໃຫ້ມີຄວາມໝາຍຄວາມສໍາຄັນໂດຍສະເພາະກໍ່ຄືການປ່ອຍປາປີນີ້ໃຫ້ເປັນຂະບວນຟົດຟື້ນ, ພ້ອມທັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າທີ່ທໍາມາຫາກິນກໍ່ຄືຫາປາໃຫ້ຖືກຕ້ອງວິທີ, ຄຽງຄູ່ກັບການປົກປັກຮັກສາສັດນໍ້າ-ສັດປ່າໄວ້ໃຫ້ມີການຂະຫຍາຍພັນ ແລະ ໃຫ້ຢືນຍົງ,ຫ້າມຫາປາໃນວັງສະຫວງນ ແລະລ່າເນື້ອ,ໃນລະດູທີ່ສັດແຜ່ພັນ ແລະວາງໄຂ່, ທັງເປັນການຄືນຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ ແລະຮັກສາຄວາມຍືນຍົງຕະຫຼອດໄປ.

ຂຽນໂດຍ: ພອນສະໄໝ ໄຊຍະເສນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ