ຮຮ ພູມສະຫວັດ ສະຫຼຸບພາກ¬ຮຽນ ພ້ອມມອບລາງວັນໃຫ້ນັກຮຽນດີເດັ່ນ

ວັນທີ 22 ມິຖຸນາຜ່ານມາໂຮງຮຽນລ້ຽງເດັກ,ອະນຸບານ,ປະຖົມແລະມັດທະຍົມພູມສະຫວັດຈັດພິທີສະຫຼຸບພາກຮຽນພ້ອມມອບໃບປະກາດແລະລາງວັນດີເດັ່ນໃຫ້ນັກຮຽນໂດຍໃຫ້ກຽດເຂົ້າຮ່ວມທ່ານຫົງທອງຫຼວງສີອຳໄພຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງໄຊທານີ, ທ່ານ ມຸດສີສະຫວັດທີ່ປຶກສາໂຮງຮຽນລ້ຽງເດັກ,ອະນຸບານ,ປະຖົມ ແລະມັດທະຍົມສົມບູນພູມສະຫວັດພ້ອມດ້ວຍແຂກຖືເຊີນແລະຄູພໍ່ແມ່ປົກຄອງນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ນາງ ພູນສະຫວັນພົງສະຫວັນຜູ້ອຳນວຍການແລະບໍລິຫານໂຮງຮຽນລ້ຽງເດັກ,ອະນຸບານ,ປະຖົມແລະມັດທະຍົມພູນສະຫວັດກ່າວວ່າ:ສຳລັບໂຮງຮຽນຂອງພວກເຮົາໄດ້ຮັບການສ້າງຕັ້ງຂຶ້ນນັບຕັ້ງແຕ່ທ້າຍປີ 2012 ມາຮອດປະຈຸບັນກໍ 6 ປີເກືອບກ້າວເຂົ້າສູ່ປີທີ 7 ແລ້ວພາຍໃຕ້ຊື່ຂອງຕົນເອງຄື: ພູນສະຫວັດພົງສະຫວັນ” ຊຶ່ງໃນເບື້ອງຕົ້ນໃສ່ຊື່ວ່າໂຮງຮຽນລ້ຽງເດັກພູນສະຫວັດ ໂດຍແຮງບັນ ດານໃຈໃນການສ້າງໂຮງຮຽນແຫ່ງນີ້ກໍຍ້ອນວ່າຕົນເອງສ້າງຄອບ  ຄົວໄດ້ 5 ປີ ແຕ່ບໍ່ມີລູກຈັກເທື່ອ ເລີຍມີແນວຄວາມຄິດຢາກສ້າງ ໂຮງຮຽນລ້ຽງເດັກປະກອບກັບພໍ່ແລະແມ່ກໍໃຫ້ການສະໜັບສະໜູນ ດ້ານສະຖານທີ່ (ທີ່ດິນ) ຕົນເອງ ກັບຄອບຄົວຈຶ່ງໄດ້ປຸກສ້າງອາ ຄານຮຽນເລີ່ມຕົ້ນທຳອິດແມ່ນມີ ອາຄານຮຽນຊັ້ນດຽວ, ມີ 7 ຫ້ອງຮຽນ,ມີນັກຮຽນພຽງແຕ່1 ຄົນ ເທົ່ານັ້ນ ຊື່ນາງ ແຮັບປີ້ ປານນິ ລັນ, ມີຄູສອນ 4 ທ່ານ ແລະອຳນວຍການ1ທ່ານ.ຫຼັງຈາກນັ້ນ, ນັກຮຽນກໍເພີ່ມຫຼາຍຂຶ້ນເລື້ອຍໆ ຈົນຮອດສົກຮຽນ 2018-2019 ເພີ່ມຂຶ້ນເປັນ 1.109 ຄົນແລະ ມີຄູ-ອາຈານທັງໝົດ 58 ທ່ານ, ຍິງ 57 ທ່ານ.

ສຳລັບສົກຮຽນ 2018-2019 ທາງໂຮງຮຽນໄດ້ສ້າງນັກຮຽນດີ ເດັ່ນເກັ່ງຊັ້ນອະນຸບານຈຳນວນ 147 ຄົນແລະຜ່ານຊັ້ນປະຖົມ 82 ຄົນ, ຄະແນນດີເດັ່ນມີ 11 ນ້ອງ, ຊຶ່ງມາຮອດປະຈຸບັນເຫັນໄດ້ໂຮງ ຮຽນພວກເຮົາມີການເຕີບໃຫຍ່ຂະ ຫຍາຍຕົວທັງດ້ານປະລິມານ ແລະຄຸນນະພາບເທື່ອລະກ້າວຊຶ່ງມັນສະແດງອອກຈາກນັກຮຽນພຽງ 1 ຄົນໃນປີ  2012  ເພີ່ມເປັນ 1.109 ຄົນ  ໃນປີນີ້.

ສຳລັບຫຼັກສູດການຮຽນ-ການສອນແມ່ນນຳໃຊ້ຫຼັກສູດແຫ່ງຊາດຂອງກະຊວງສຶກສາທິການແລະກີລາວາງອອກແຕ່ທີ່ນຳເອົາເຂົ້າມາສອນເພີ່ມໃນຊັ້ນອະນຸບານແມ່ນພາສາອັງກິດແລະພາສາຈີນ.ໃນນີ້ສະເພາະພາສາຈີນແມ່ນເລີ່ມແຕ່ຊັ້ນອະນຸບານ 1-ມ.7 ສ່ວນ ຄ່າຮຽນແມ່ນເລີີ່ມແຕ່ 250.000-550.000 ກີບ ເພາະໂຮງຮຽນຂອງເຮົາແມ່ນເປີດແອທຸກວັນ.

ທ່ານ ນາງ ພູນສະຫວັດ ພົງສະຫວັນ ເຜີຍຕື່ມອີກວ່າ: ສ່ວນແຜນການພັດທະນາໂຮງຮຽນໃນຕໍ່ໜ້ານັ້ນດ້ານຫຼັກສູດການຮຽນ-ການສອນແມ່ນຈະນຳໃຊ້ຫຼັກສູດຂອງກະຊວງສຶກສາທິການ ແລະກີລາແຕ່ຈະພະຍາຍາມເອົາສື່ການສອນຮູບແບບໃໝ່ເຂົ້າມາໃຫ້ມີຄວາມຫຼາກຫຼາຍຂຶ້ນເປັນຕົ້ນແມ່ນເພງພາສາຈີນ  ເພາະຜ່ານມາພວກ ເຮົາໄດ້ເອົາເພງພາສາອັງກິດມາ ເປັນສ່ວນໜຶ່ງໃນການສອນດ້ວຍ ການເປີດເພງແລ້ວໃຫ້ນ້ອງໆນັກຮຽນຮ້ອງຕາມເຫັນວ່າເດັກນ້ອຍ ເຫຼົ່ານັ້ນເຂົ້າໃຈໄວຂຶ້ນສາມາດເວົ້າແລະຮ້ອງໄດ້ໄວ.ສ່ວນຊັ້ນປະຖົມສຶກສາແມ່ນເນັ້ນໃສ່ 4 ວິຊາຫຼັກ ທີ່ບັນຈຸເຂົ້າສອບເສັງເຊັ່ນດຽວກັບ ຊັ້ນມັດທະຍົມເພື່ອເຮັດແນວໃດໃຫ້ນັກຮຽນຂອງພວກເຮົາສາມາດສ້າງຜົນງານໃຫ້ອອກມາດີດ້ວຍການເຂົ້າສອບເສັງນັກຮຽນເກັ່ງຂັ້ນເມືອງ, ນະຄອນຫຼວງວຽງຈັນ ແລະລະດັບຊາດສ້າງກຽດ ແລະຊື່ສຽງໃຫ້ກັບໂຮງຮຽນ,ຄອບຄົວ ແລະຕົນເອງໃນອະນາຄົດ.

  ພາບ ແລະ ຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ