ປະຫວັດ “ຟ່ານເສິງເສິງ” ໜຸ່ມໄອດໍ້ໜ້າຕາດີ ນ້ອງຊາຍຟ່ານປິງປິງ

     ຖ້າທ່ານເປັນແຟນຮູບເງົາຂອງນັກສະແດງສາວແຖວໜ້າຂອງປະເທດ ສປ ຈີນຄື ຟ່ານປິງ ປິງແລ້ວກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກກັບຟ່ານ ເສິງເສິງນ້ອງຊາຍສຸດໜ້າຕາດີອາຍຸ 18 ປີ ຂອງ ຟ່ານປິງປິງ ທີ່ມີອາຍຸຫ່າງກັບເອື້ອຍເຖິງ 19 ປີ ຄົນນີ້ນັ້ນເອງ. ຕ້ອງບອກເລີຍວ່າໜຸ່ມຄົນນີ້ບໍ່ໄດ້ມີພຽງແຕ່ຄວາມໜ້າຕາດີພຽງຢ່າງດຽວແຕ່ວ່າລາວຍັງ ມີຄວາມສາມາດຫຼວງຫຼາຍທັງກີລາ ແລະດົນຕີ ຊຶ່ງໃນຄັ້ງນີ້ເຮົາຈະພາເພື່ອນໆມາຮູ້ຈັກກັບຟ່ານເສິງເສິງໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນກັນຈັກໜ້ອຍ.

        ປະຫວັດຟ່ານເສິງເສິງ; ຊື່ແທ້: ຟ່ານເສິງເສິງ; ຊື່ພາສາອັງກິດ: Adam; ຊື່ຫຼິ້ນ Huang Quan Zidi, Cheng Cheng; ເກີດ: 16 ມິຖຸນາ 2000; ລາສີເກີດ: ເມຖຸນາ; ໝວດເລືອດ: B; ສ່ວນ ສູງ: 186  ຊັງຕີແມັດ;  ນ້ຳໜັກ: 66 ກິໂລກຣາມ; ຜົນງານ : Produce Idol ຂອງຈີນ ແລະສິລະປິນວົງ Nine Percent.

    ນ້ອງຊາຍຂອງຟ່ານປິງປິງສຸດໜ້າຕາດີລະດັບໄອດໍ້ໜຸ່ມຄົນນີ້ເວົ້າໄດ້ວ່າຫຼາຍຄວາມສາມາດແທ້ໆເພາະວ່ານອກຈາກທີ່ຈະເກັ່ງເລື່ອງກີລາ ແລະ ດົນຕີແລ້ວລາວຍັງມີຄວາມພະຍາຍາມເປັນຢ່າງຫຼາຍເພື່ອໄດ້ພິສູດຕົວເອງໃຫ້ທຸກຄົນເຫັນວ່າມີຄວາມສາມາດແທ້ໆບໍ່ໃຊ້ພຽງແຕ່ຮູບ ຮ່າງໜ້າຕາໃນລາຍການ Idol Producer ຂອງປະເທດຈີນ ແລະລາວກໍສາມາດເປັນ 1 ໃນຜູ້ຊະນະຂອງລາຍການ ແລະໄດ້ເປີດຕົວເດບິວເປັນສິລະປິນພາຍໃຕ້ຊື່ວົງ Nine Percent  ແລະໄດ້ຕຳແໜ່ງແຣັບເປີຂອງວົງນັ້ນເອງ.