ກົງຢູໃນງານແຟຊັນໂຊ Louis Vuitton

ໃນອາທິດທີ່ຜ່ານມາບັນດາດາຣາຄົນດັງໃນອາຊີຕ່າງເດີນທາງເຂົ້າຮ່ວມງານແຟຊັນໂຊ Louis Vuittonໃນນະຄອນຫຼວງປາຣີສຂອງຝຣັ່ງກັນຢ່າງໜາແໜ້ນ ລວມໄປເຖິງນັກສະແດງໜຸ່ມກົງຢູທີ່ເດີນທາງເຂົ້າຮ່ວມເຊັ່ນດຽວກັນດ້ວຍຊົງຜົມໜ້າມ້າສຸດໜ້າຮັກກັບຮອຍຍິ້ມເມຂອງໜຸ່ມກົງຢູໃນງານແຟຊັນໂຊ Louis Vuitton 2020 ໃນປາຣີສເຮັດໃຫ້ແຟນໆຮູບເງົາໃຈສັ່ນພ້ອມທັງບອກວ່າບໍ່ເໝືອນຄົນອາຍຸ 40 ປີ.

ໂດຍສື່ໄດ້ເປີດເຜີຍຮູບພາບການແຕ່ງຕົວແບບສະບາຍໆຂອງໜຸ່ມກົງຢູໃນຊຸດໂທນສີດຳທັງໝົດແລະຜົມໜ້າມ້າສຸດໜ້າຮັກທີ່ເຮັດໃຫ້ລາວເບິ່ງອ່ອນກວ່າໄວພ້ອມກັບຮອຍຍີ້ມທີ່ເປັນທຳມະຊາດ.ແຕ່ສິ່ງທີ່ດຶງດູດຄວາມສົນໃຈຂອງແຟນໆຫຼາຍທີ່ສຸດຄືໃບໜ້າທີ່ເບີ່ງອ່ອນກວ່າອາຍຸຄວາມຈິງແລ້ວໜຸ່ມກົງຢູຈະມີອາຍຸຄົບຮອບ 40 ປີ ໃນວັນ ທີ 10 ກໍລະກົດ ທີ່ຈະມາເຖິງນີ້ໃນຂະນະທີ່ໃບໜ້າຂອງໜຸ່ມກົງຢູເບິ່ງອ່ອນກວ່າອາຍຸເໝືອນເດັກໜຸ່ມອາ                            ຍຸ 20 ຫຼື 30 ປີ. ເຮັດໃຫ້ແຟນໆ ຕ່າງຕົກຫຼຸມຮັກໃນຄວາມໜ້າຮັກ ຂອງໜຸ່ມກົງຢູ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ