ສະໝຸນໄພ ຊ່ວຍລ້າງພິດ ແລະຟື້ນຟູ ລະບົບຕ່າງໆ ຂອງຮ່າງກາຍ

  ເຄື່ອງດື່ມທີ່ເຮັດໄດ້ບໍ່ຫຍຸ້ງຍາກແລະບໍ່ເປືອງໃຊ້ເວລາໃນການກຽມບໍ່ຫຼາຍສາມາດເກັບໄວ້ດື່ມໄດ້ດົນສູງສຸດເຖິງ 15 ມື້ ເຄື່ອງດື່ມນີ້ຈະຊ່ວຍລ້າງພິດແລະຟື້ນຟູລະບົບຕ່າງໆຂອງຮ່າງກາຍຂອງເຈົ້າໄດ້ຢ່າງງ່າຍໆເພື່ອເປັນການສົ່ງເສີມປະສິດທິພາບໃນການເຮັດວຽກຂອງເຄື່ອງດື່ມ ແລະຊ່ວຍລະບົບກຳຈັດພິດ ແລະຂອງເສຍຂອງຮ່າງກາຍຄວນພະຍາຍາມງົດ ຫຼື ຫຼຸດອາຫານປະເພດນໍ້າຕານແລະໄຂມັນ.

ສ່ວນປະກອບ:

  1. ໝາກນາວ.
  2. ໝາກແຕງ.
  3. ໃບຫອມລາບ.
  4. ນໍ້າສະອາດ 2 ລີດ.

ວິທີໃຊ້:ລ້າງສ່ວນປະກອບທັງໝົດໃຫ້ສະອາດຈາກນັ້ນໃຫ້ຊ້ອຍໝາກນາວແລະໝາກແຕງໄວ້ເປັນແຜ່ນໆ ແລະຕື່ມໃບຫອມລາບແລ້ວປະສົມໃຫ້ເຂົ້າກັນນໍາໃສ່ພາຊະນະທີ່ພຽງພໍສຳລັບສ່ວນປະສົມລວມທັງໝົດເຖິງນໍ້າອີກ 2 ລີດດ້ວຍແລ້ວປິດຝາໃຫ້ແຈບ ແລະນຳເຂົ້າຕູ້ເຢັນຫຼັງຈາກນັ້ນນໍາມາດື່ມມື້ລະ 2 ຈອກ ດື່ມທຸກມື້ຈົນກວ່າຈະໝົດ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ