ຜັກກະເດົາ ຊ່ວຍຮັກສາສິວ ພຽງແຕ່ເຮັດຕາມນີ້

  ເວລາເຮົາກິນຜັກກະເດົາຈະຮູ້ສຶກຂົມແຕ່ພໍກິນນໍ້າລົງໄປຈະຫວານ,ຄຸນປະໂຫຍດດ້ານຄວາມ ງາມຍິ່ງໜ້າສົນໃຈເພາະເປັນແຫຼ່ງອຸດົມໄປດ້ວຍວິຕາມິນທຸກສ່ວນ ຂອງກົກກະເດົານັ້ນມີປະໂຫຍດຫຼາຍຢ່າງເຊັ່ນ:

  • ກົກກະເດົາ: ຊ່ວຍຮັກສາສິວ:  ເອົາໃບກະເດົາ 2-3 ໃບມາຕົ້ມເມື່ອເຢັນແລ້ວເອົາສໍາລີມາຈຸບນໍ້າກະເດົາທີ່ຕົ້ມໄວ້ແລ້ວທາໃຫ້ທົ່ວໃບ              ໜ້າ ແລະສາມາດນໍານໍ້າກະເດົາທີ່ ຕົ້ມສຸກແລ້ວນັ້ນມາປະສົມກັບໂຢເກິດ ຫຼື ເອົາມາປັ່ນກັບໝາກແຕງກວາທາໃຫ້ທົ່ວໃບໜ້າເພື່ອຫຼຸດຄວາມມັນຂອງຜິວໜ້າໄດ້ອີກ.
  • ຮັກສາຜິວແຫ້ງ: ເອົາໃບ ກະເດົາມາປັ່ນແລ້ວມາປະສົມກັບ ນໍ້າມັນໝາກອະງຸ່ນປະສົມ 2-3 ຢອດ,ເມື່ອປະສົມໃຫ້ເຂົ້າກັນເປັນ ເນື້ອນຸ່ມແລ້ວເອົາມາທາທົ່ວໃບໜ້າ ປະໄວ້ 15 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນຜິວທີ່ແຫ້ງຈະກັບມາ ນຸ່ມນວນອີກຄັ້ງ.
  • ຮັກສາບັນຫາເສັ້ນຜົມ: ເອົານໍ້າມັນກະເດົາມາທາຜົມແລ້ວນວດໃຫ້ທົ່ວຫົວເຮັດໃຫ້ຮາກຜົມແຂງ ແຮງ ແລະສຳລັບລັງແຄໃຫ້ເອົາຜົງກະເດົາປົ່ນມາປະສົມກັບນໍ້າທາໃຫ້ທົ່ວຫົວ ປະໄວ້ປະ ມານ 1ຊົ່ວ ໂມງ ແລ້ວສະອອກຕາມປົກກະຕິ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ