ສູນສອບເສັງ ມສ ສົງໄຊຍະບູລີ ສອບເສັງຈົບຊັ້ນ

ວັນທີ 24 ມິຖຸນາ 2019 ທີ່ສູນສອບເສັງ ມສ ສົງແຂວງ ໄຊຍະບູລີໄດ້ຈັດພິທີສອບເສັງຈົບ ຊັ້ນ ມ7 ສົກຮຽນ 2018-2019 ໂດຍການໃຫ້ກຽດເຂົ້າຮ່ວມເປີດ ຫົວບົດຂອງພະອາຈານບຸນທຽນປັນຍາແກ້ວ ປະທານອົງການພຸດ ທະສາດສະໜາສຳພັນແຂວງໄຊ ຍະບູລີ, ທ່ານ ພັນ ດວງຕາ ຮອງ ຫົວໜ້າພະແນກສຶກສາທິການແລະກີລາແຂວງໄຊຍະບູລີ,ມີຕາງໜ້າຈາກກົມສາມັນສຶກສາກະຊວງສຶກສາທິການ ແລະກີລາ, ພະນັກງານທີ່ກຽ່ວຂ້ອງ,ອໍານວຍການໂຮງຮຽນ, ຄູ-ອາຈານ, ຄະນະກໍາ ມະການພ້ອມດ້ວຍນັກສອບເສັງ ເຂົ້າຮ່ວມ.

ການສອບເສັງຈົບຊັ້ນມັດທະຍົມສຶກສາສົງຕອນປາຍ ມ7 ສົກຮຽນ2018-2019 ສູນສອບເສັງ ມສ ສົງແຂວງໄຊຍະບູລີປະກອບ ມີ: 2 ຫ້ອງ ແລະວິຊາສອບເສັງມີ:7ວິຊາຄື:ວິຊາພາສາບາລີ,ວິຊາແປອະພິທຳມັດຖະສັງຄະຫະ,ວິຊາທຳມະ, ວິຊາພາສາລາວ-ວັນນະຄະດີ, ວິຊາເຄມີ, ວິຊາຄະນິດສາດວິຊາປະຫວັດສາດໃນລະຫວ່າງວັນທີ 24-27 ມິຖຸນາ 2019 ຈະດໍາເນີນໄປເປັນເວລາ 4 ວັນຈຶ່ງສໍາເລັດ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ