ຮູບເງົາເລື່ອງ Avengers Endgame ເພີ່ມສາກພິເສດ

ແຟນໆຮູບເງົາມາຣເວລ ກຽມເຂົ້າເບິ່ງຮອບ 2 ໂດຍຮູບເງົາ Avengers Endgame ໄດ້ເພີ່ມສາກພິເສດຫວັງຂຶ້ນເປັນອັນດັບໜຶ່ງຮູບເງົາສ້າງລາຍໄດ້ສູງທີ່ສຸດໃນໂລກ.

ຫຼັງຈາກສາຍຮອບໂລກມາໄດ້ 2 ເດືອນຮູບເງົາເລື່ອງ Aven gers Endgameສ້າງລາຍໄດ້ຫຼາຍກວ່າ 2.743 ຕື້ໂດລາສະຫະລັດປະຈຸບັນຢູ່ອັນດັບທີ  2  ຂອງຮູບເງົາທີ່ສ້າງລາຍໄດ້ທົ່ວໂລກເປັນຮອງຮູບເງົາເລື່ອງ AvatarຂອງJames Cameron  ທີ່ຄອງອັນດັບ 1 ມາໄດ້ 10 ປີ ເຈົ້າຂອງສະຖິຕິລາຍໄດ້ 2.788 ຕື້ໂດລາເຮັດໃຫ້ວົງການຮູບເງົາຕ່າງຈັບຕາ ເບິ່ງ ແລະລຸ້ນກັນວ່າ,ເຖິງແມ່ນວ່າລາຍໄດ້ຫ່າງກັນພຽງ 40 ກວ່າລ້ານໂດລາແຕ່Avengers Egame ທີ່ເປີດຕົວມາແຮງກໍອ່ອນກຳລັງລົງຕາມລໍາດັບເຮັດໃຫ້ມີ ທ່າອ່ຽງວ່າອັນດັບ 1  ຍັງຕ້ອງເປັນ ຂອງ Avatar ຕໍ່ໄປ.

ແຕ່ຫຼ້າສຸດມີລາຍງານວ່າKevinFeigeປະທານ Marval Studios ຢືນຢັນວ່າຈະມີການນໍາ ເລື່ອງ Avengers Endgame ເຂົ້າສາຍໃນໂຮງຮູບເງົາຮອບ 2 ພ້ອມເພີ່ມສາກພິເສດເຂົ້າໄປຕື່ມ ອີກ.ໂດຍຄາດວ່າ AvengersEndgame ເວີຊັນນີ້ຈະເຂົ້າໂຮງ ທ້າຍເດືອນມິຖຸນານີ້ຊຶ່ງນອກຈາກ ຈະຊ່ວຍເພີ່ມຍອດລາຍໄດ້ແລ້ວ ຍັງຖືວ່າເປັນການເພີ່ມກະແສໃຫ້ກັບ Spider-Man: Farom Home ທີ່ຈະເຂົ້າສາຍໃນເດືອນ ກໍລະກົດ ໄປໃນຕົວອີກດ້ວຍ ແລະວ່າໄປແລ້ວ Avatar ເຈົ້າຂອງສະຖິຕິຮູບເງົາສ້າງລາຍໄດ້ອັນດັບ 1 ຂອງໂລກໃນປະຈຸບັນກໍເຄີຍໃຊ້ ວິທີນີ້ລວມເຖິງເລື່ອງ Titanic ອະດີດຮູບເງົາສ້າງລາຍໄດ້ອັນດັບ 1 ກໍເຄີຍໃຊ້ແນວທາງນີ້ເພີ່ມຍອດ ລາຍໄດ້ມາແລ້ວເຊັ່ນດຽວກັນ

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ