ການລົງທຶນ ນວ ຄຶກຄື້ນໝົດປີ ປະຕິບັດລື່ນແຜນ 13,35ເປິເຊັນ

  ການຈັດຕັ້ງປະຕິບັດການລົງທຶນທົ່ວສັງຄົມຂອງນະຄອນຫຼວງວຽງຈັນ (ນວ) ໃນປີ 2018 ເຫັນໄດ້ວ່າມີບັນຍາກາດຄຶກຄື້ນຈາກແຜນການປີທີ່ວາງໄວ້ 15.500 ຕື້ກີບ, ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 17.569 ຕື້ກີບ ຊຶ່ງລື່ນຄາດໝາຍ 13,35%.

   ອີງຕາມການລາຍງານຂອງ ທ່ານ ພູຂົງ ບັນນາວົງ ຫົວໜ້າພະແນກແຜນການ ແລະການລົງທຶນ ນວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ 1 ໃຫ້ຮູ້ວ່າ: ໃນປີ 2018 ນວ ມີແຜນການປະຕິບັດການລົງທຶນທັງໝົດ 15.500 ຕື້ກີບ ໃນນີ້ ການລົງທຶນຂອງພາກເອກະຊົນ 11 ພັນຕື້ ກວ່າກີບ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ 1.070 ຕື້ ກີບ, ທຶນໃນຮູບແບບສິນເຊື່ອຂອງທະນາຄານ 3,1 ພັນຕື້ກີບ ແລະ ການລົງ¬ທຶນຂອງລັດ 420,59 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຍາດໄດ້ທັງ ໝົດ 17.569 ຕື້ກີບ ລື່ນຄາດໝາຍ 13,35%, ໃນນັ້ນການລົງທຶນຂອງລັດສະເພາະການລົງທຶນປົກກະຕິປະຕິບັດ 682 ໂຄງການມູນຄ່າ 93,39  ຕື້ກີບ ເທົ່າກັບ 97,80%, ການລົງທຶນພັດທະນາຊົນນະບົດ ແລະລົບລ້າງຄອບຄົວທຸກຍາກປະຕິບັດໄດ້ 15 ໂຄງການມູນຄ່າ 4,40 ຕື້ກີບ ເທົ່າກັບ 100% ແລະການລົງທຶນບ້ວງທຶນຈົດຮັບ-ຈົດຈ່າຍ 3 ໂຄງການ 18,77 ຕື້ກີບ ເທົ່າກັບ 100%.

  ສ່ວນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດໃນປີ 2018 ສາມາດຈັດຕັ້ງປະຕິບັດໄດ້ 12.635 ຕື້ກີບ ທຽບໃສ່ແຜນ ການ (11 ພັນຕື້ກວ່າກີບ) ປະຕິບັດລື່ນແຜນການ 12,81%, ການລົງທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ, ນວ ສາ ມາດຍາດແບ່ງການຊ່ວຍເຫຼືອລ້າ ແລະກູ້ຢືມໄດ້ທັງໝົດ 44 ໂຄງການ ມູນຄ່າ 1.249 ຕື້ກີບ ທຽບໃສ່ແຜນການປີ (1.070 ຕື້ກີບ) ປະຕິ ບັດໄດ້ລື່ນແຜນ 16,81% ໃນນັ້ນໂຄງການຊ່ວຍ ເຫຼືອລ້າ 38 ໂຄງການ ມູນຄ່າ 513,80 ຕື້ກີບ ແລະທຶນກູ້ຢືມຈາກ ຕ່າງປະເທດ 6 ໂຄງ ການມູນຄ່າ 696,07 ຕື້ກີບ.

 ສໍາລັບການລົງທຶນໃນຮູບແບບສິນເຊື່ອຈາກທະນາຄານໂດຍສະເພາະແມ່ນທະນາຄານພົງສະຫວັນ, ທະນາຄານສົ່ງເສີມກະສິກໍາ, ທະນາຄານນະໂຍບາຍ, ການຄ້າຕ່າງປະເທດລາວ, ເອຊີລິດາ, ພັດທະນາລາວ, ລາວກໍ່ສ້າງ ແລະ ທະນາຄານເອັສ ທີຊຶ່ງສາມາດປ່ອຍສິນເຊື່ອໃນຂອບ ເຂດນະຄອນຫຼວງວຽງຈັນ ໄດ້ທັງໝົດ 3.586 ຕື້ກີບ ທຽບໃສ່ຄາດໝາຍທີ່ວາງໄວ້ (3.130 ຕື້ກີບ) ລື່ນແຜນການປີ 14,58%.