ເປີດປ້າຍສູນແຫ່ງການພັດທະນາ ທີ່ວິທະຍາໄລຄູສາລະວັນ

ວັນທີ 25 ມິຖຸນາ 2019 ວິທະຍາໄລຄູສາລະວັນ ໄດ້ຈັດພິທິເປີດປ້າຍສູນແຫ່ງການພັດທະນາ (COD) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກຫົວໜ້າຄະນະຈັດຕັ້ງແຂວງສາລະວັນ, ທ່ານ ເກດພັນລັກຫົວໜ້າກົມສ້າງຄູ,ມີພະແນກສຶກສາທິການ ແລະກີລາແຂວງສາລະວັນ,ຄະນະອຳນວຍການວິທະຍາໄລໂຮງຮຽນການ ເມືອງການປົກຄອງແຂວງສາລະວັນ, ຄູ-ອາຈານພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ທ່ານ ສຸລິດ ສຸລິວົງ ຜູ້ອຳນວຍການວິທະຍາໄລຄູສາລະວັນກ່າວ ວ່າ:ການປະກາດວິທະຍາໄລຄູສາລະວັນເປັນສູນແຫ່ງການພັດທະນາ ໃນສາຂາວິຊາຄູປະຖົມໃນຄັ້ງນີ້ເປັນຜົນສຳເລັດອີກຂັ້ນຂອງຄະນະອຳນວຍການ,ພະນັກງານຄູ-ອາຈານແລະນັກສຶກສາທັງໝົດ,ພ້ອມນີ້ກໍ່ ເຊື່ອໝັ້ນວ່າຄູ-ອາຈານທັງໝົດຈະໃຫ້ຄວາມຮ່ວມໄມ້ຮ່ວມມືກັບການພັດທະນາສາຂາວິຊານີ້ໃຫ້ກາຍ ເປັນສູນແຫ່ງຄວາມເປັນເລີດໃນປີ 2025 ຕາມທິດທາງຂອງກົມສ້າງ ຄູ ກະຊວງສຶກສາທິການ ແລະກີລາວາງອອກເພື່ອສ້າງນັກສຶກສາໃຫ້ມີ ຄວາມຮູ້ຄວາມສາມາດສູງອອກຮັບ ໃຊ້ສັງຄົມໄດ້ຢ່າງມີຄຸນນະພາບສຳ ລັບວິທະຍາໄລຄູສາລະວັນ ແມ່ນໄດ້ດຳເນີນການຮຽນ-ການສອນ ສ້າງສາຍຄູມັດທະຍົມ 6 ສາຍ ສອນໄດ້ແຕ່ຂັ້ນ ມ1-ມ7 ຄື:ສາຍຄູພາສາລາວ,ສາຍຄູເຄມີສາດ,ສາຍຄູຟີຊິກສາດ,ສາຍຄູພູມສາດ,ສາຍຄູປະຫວັດສາດແລະສາຍຄູພາສາອັງກິດ, ນອກຈາກນີ້ຍັງມີສາຍຄູອະນຸບານລະບົບ 12+2, 12+4 ແລະສາຍຄູປະຖົມລະບົບ 12+2, 12+4, ປະຈຸບັນມີພະນັກ ງານທັງໝົດ 143 ຄົນ, ຍິງ 71 ຄົນ.ໃນນັ້ນມີຄູສອນ 132 ຄົນ,  ຍິງ 67 ຄົນ ແລະມີນັກຮຽນທັງໝົດຄົນ 790 ຍິງ 565 ຄົນ.

ການສ້າງວິທະຍາໄລຄູສາລະວັນເພື່ອກ້າວສູ່ສູນແຫ່ງການພັດທະນາ ແລະສູນແຫ່ງຄວາມເປັນເລີດ, ເພື່ອເຮັດໃຫ້ວິທະຍາໄລຄູສາລະວັນ ມີການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍໃຫ້ບັນລຸຕາມເປົ້າໝາຍຄື:ປີ 2019 ໃຫ້ບັນລຸສູນແຫ່ງການພັດທະນາ (COD) ແລະປີ 2025 ໃຫ້ບັນ ລຸສູນແຫ່ງຄວາມເປັນເລີດ (COE) ຈິ່ງໄດ້ກຳນົດຂັ້ນຕອນໃນການພັດທະນາ (ໜ່ວຍງານຄູປະຖົມ)ປະກອບມີຂັ້ນເຜີຍແຜ່ ແລະກະກຽມ ຄວາມພ້ອມ,ຂັ້ນນຳໄປຜັນຂະ ຫຍາຍ,ຂັ້ນປະເມີນພາຍໃນ ແລະຂັ້ນສົ່ງຜົນການປະເມີນ.ສະເພາະການປະເມີນແມ່ນຕີລາຄາຕາມ 4 ເງຶ່ອນໄຂຄື:ຄຸນນະພາບການຮຽນ-ການສອນ,ການຄົ້ນຄວ້າວິໄຈ ແລະເຜີຍແຜ່,ການຜັນຂະຫຍາຍ ແລະການເສື່ອມໂຍງ,ວຸດທິຂອງ ສະຖາບັນ. ຜ່ານການປະເມີນຕີລາ ຄາໃນໄລຍະເລີ່ມຕົ້ນຂອງຄະນະອຳນວຍການ ແລະຫົວໜ້າຫ້ອງການພ້ອມທັງຄະນະຮັບຜິດຊອບເຫັນວ່າສາຍຄູປະຖົມແມ່ນໄດ້ຖືກຈັດຢູ່ໃນຂັ້ນຕອນໃນການພັດທະນາ,ໂດຍອີງໃສ່ຄູ່ມືການສ້າງສູນແຫ່ງການພັດທະນາແລະສູນແຫ່ງຄວາມເປັນເລີດ     ສຳລັບສາຍສ້າງຄູ, ກົມສ້າງຄູ,ກະຊວງສຶກສາທິການ ແລະກີລາ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ