ແຂ່ງຂັນກີລາຊິງຂັນອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານສະຫະພັນແມ່ຍິງ,ສະຫະພັນນັກຮົບເກົ່າ ແລະຄະນະບໍລິຫານງານຊາວໝຸ່ມ ເມືອງທ່າແຕງ ແຂວງເຊກອງ ໄດ້ເປີດພິທີສ້າງຂະບວນການແຂ່ງຂັນກີລາບານເຕະຊາຍທົ່ວໄປແຕ່ວັນທີ 17 ພຶດສະພາເຖິງວັນທີ  21ມິຖຸ ນາ2019 ທີ່ເດີ່ນກີລາຂອງເມືອງເພື່ອຊິງຂັນອົງການຈັດຕັ້ງມະຫາຊົນ,ພາຍໃຕ້ການເປັນປະທານຂອງທ່ານ ແສງລາຕີ ຫຼອມຍະ ເດດ ຫົວໜ້າຄະນະຈັດຕັ້ງເມືອງ ທ່າແຕງ,ທ່ານ ຄອນສະຫວັນພັນໂຊດ ຫົວໜ້າຊີ້ນໍາອານຸຂະບວນການ,ມີຜູ້ຕາງໜ້າຈາກບັນດາຫ້ອງ ການອ້ອມຂ້າງເມືອງ, ຄະນະນັກກີລາ-ຄູຝຶກ,ລັດວິສາຫະກິດພ້ອມ ດ້ວຍມວນຊົນເຂົ້າຮ່ວມຢ່າງຫຼວງ ຫຼາຍ.

ການແຂ່ງຂັນກີລາຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງກອງປະຊຸມໃຫ່ຍຂອງອົງການຈັດຕັ້ງມະຫາຊົນທີ່ໄດ້ສໍາເລັດລົງຢ່າງຈົບງາມຄື:ກອງປະຊຸມໃຫ່ຍຂອງຄະນະບໍລິຫານງານສະຫະພັນແມ່ຍິງ,ສະຫະພັນນັກຮົບເກົ່າແລະຄະນະບໍລິຫານງານຊາວໝຸ່ມເມືອງທ່າແຕງໃນໄລຍະຜ່ານມາຕິດພັນກັບການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມທຸກຂັ້ນຢູ່ພາຍໃນເມືອງຂອງ ຕົນ, ຂໍ່ານັບຮັບຕ້ອນວັນສໍາຄັນ ຂອງພັກຂອງຊາດໃຫ້ມີຄວາມ ໝາຍຄວາມສຳຄັນແລະເປັນການສ້າງເງື່ອນໄຂໃຫ້ນັກກີລາຂອງ ຊາວໜຸ່ມທົ່ວໄປພາຍໃນເມືອງທ່າແຕງ ໄດ້ມີໂອກາດພົບປະ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ.

ການແຂ່ງຂັນກີລາບານເຕະ ຊາຍທົ່ວໄປ, ມີທີມນັກກີລາເຂົ້າ ຮ່ວມທັງໝົດ 16 ທີມ, ໃນນັ້ນມາຈາກຂັ້ນຮາກຖານບ້ານມີ 5 ທີມ,ຂັ້ນໂຮງຮຽນມີ 2 ທີມ,ຂັ້ນຫ້ອງ ການອ້ອມຂ້າງມີ 7 ທີມ ແລະຂັ້ນສະໂມສອນຂອງບ້ານມີ 2 ທີມ, ຜ່ານການແຂ່ງກີລາບານເຕະຊາຍ ທົ່ວໄປທີມຊະນະເລີດແມ່ນທີມຫ້ອງການສາທາລະນະສຸກ,ອັນດັບ 2 ແມ່ນທີມກອງບັນຊາການປ້ອງ ກັນຄວາມສະຫງົບແລະອັນດັບ 3 ແມ່ນທີມຮາກຖານບ້ານດອນຊາ.

ໃນໂອກາດນີ້ທ່ານຄອນສະຫວັນພັນໂຊດຫົວໜ້າຊີ້ນໍາອານຸຂະບວນການກໍໄດ້ມອບຂັນ 1 ໜ່ວຍພ້ອມເງິນສົດ 8 ແສນກີບໃຫ້ທີມ  ຊະນະເລີດ, ອັນດັບ 2 ເງິນ

ສົດ 6 ແສນກີບ ແລະອັນດັບ 3 ເງິນສົດ 4 ແສນກີບ.ທັງນີ້ເພື່ອ ເປັນການເລືອກເອົານັກກີລາທີ່ມີພອນສະຫວັນເຂົ້າການກະກຽມເພື່ອສ້າງເງື່ອນໄຂໃຫ້ເປັນນັກກີລາ ຂອງເມືອງ ແລະຂັ້ນຮາກຖານບ້ານໃນອະນາຄົດ.

ພາບ ແລະຂາ່ວຈາກ ໜັງສືພິມເສດຖະກິດ-ສັງຄົມ