ທ່າແຕງ-ປາກຊ່ອງ ແຂ່ງຂັນກີລາເປຕັງມິດຕະພາບ

ການສ້າງຂະບວນການແຂ່ງຂັນກີລາເປຕັງເພື່ອຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດລະຫວ່າງການນໍາເມືອງທ່າແຕງນໍາໂດຍທ່ານ ສົມເພັດເອິດລັດດາ ວ່າການເຈົ້າເມືອງທ່າແຕງກັບການນໍາເມືອງປາກຊ່ອງແຂວງຈໍາປາສັກ ນໍາໂດຍທ່ານວິຈິດແກ້ວບົວພາ ເຈົ້າເມືອງປາກຊ່ອງ ໄດ້ຮ່ວມກັນສ້າງຂະບວນການແຂ່ງຂັນກີລາເປຕັງມິດຕະພາບໃນວັນທີ 25 ມິຖຸນາ 2019 ນີ້ທີ່ເມືອງທ່າແຕງໂດຍມີສອງຮຸ່ນຄື:ຮຸ່ນອາ ວຸໂສ ແລະຮຸ່ນຊາວໜຸ່ມທົ່ວໄປ.

ສໍາລັບກິດຈະກໍາການແຂ່ງຂັນ ກີລາເປຕັງຄັ້ງນີ້ປະກອບມີ 2 ທີມໂດຍມາຈາກການນໍາຂອງສອງເມືອງຄື:ເມືອງທ່າແຕງ-ເມືອງ ປາກຊ່ອງ ແລະທີມພະນັກງານວິ ຊາການຈາກຫ້ອງການການເງິນໃນສອງເມືອງດັ່ງກ່າວ.ໃນນັ້ນມີທີມອາວຸໂສ ແລະທີມຊາວໜຸ່ມທົ່ວໄປ.ໂດຍພັດປ່ຽນກັນຫຼິ້ນເກມຢ່າງມີຄວາມສະໝານສາມັກຄີພາຍໃຕ້ໄມຕີຈິດມິດຕະພາບເພື່ອເປັນມິດໝາຍທີ່ດີໃນການສານຕໍ່ສາຍພົວພັນອັນດີງາມ,ທັງເປັນການຮັດແໜ້ນຄວາມສາມັກຄີ,ການແລກປ່ຽນບົດຮຽນທາງດ້ານກີລາກາຍະກໍາ,ທັງເປັນການກະຕຸກຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ,ນັກທຸລະກິດ ໄດ້ມີໂອກາດພົບປະແລກປ່ຽນບົດ ຮຽນເຊິ່ງກັນ ແລະກັນທາງດ້ານ ຕ່າງໆເຊັ່ນ:ດ້ານການຄ້າ-ການລົງທຶນ, ການແລກປ່ຽນສິນຄ້າຕາມ ຊາຍແດນ,ເຮັດໃຫ້ສາຍພົວພັນທັງສອງເມືອງທ່າແຕງ ແລະເມືອງ ປາກຊ່ອງ ໃຫ້ເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ, ການຮ່ວມມືມີຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມສະຫງົບປອດໄພ.

ພາຍຫຼັງສໍາເລັດການແຂ່ງຂັນ ກີລາເປຕັງທ່ານເຈົ້າເມືອງໆປາກຊ່ອງກໍໄດ້ມອບເງິນຈໍານວນ 5 ແສນກີບໃຫ້ທ່ານວ່າການເຈົ້າ ເມືອງໆທ່າແຕງ ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການແຂ່ງຂັນກີລາເປຕັງມິດຕະພາບໃນຄັ້ງນີ້ໃຫ້ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ.

ພາບ ແລະຂາ່ວຈາກ ໜັງສືພິມເສດຖະກິດ-ສັງຄົມ