ໝາກເຟືອງ ຊ່ວຍຄວບຄຸມນໍ້າຕານໃນເລືອດ

ໝາກເຟືອງມີວິຕາມິນຊີຫຼາຍບັນເທົາໂລກເລືອດອອກຈາກເຟັນແຂ້ວໝາກເຟືອງມີປະລິມານພະລັງງານນໍ້າຕານແລະເກືອໂຊດຽມຕໍ່າເໝາະກັບການກິນເພື່ອຄວບຄຸ່ມນໍ້າໜັກຄວບຄຸມນໍ້າຕານໃນເລືອດ ຫຼື ຫຼຸດຄວາມຕຸ້ຍມີກົດໝາກໄມ້ຫຼາຍໃຊ້ ເປັນສ່ວນປະສົມຂອງເຄື່ອງສຳອາງຊຳລະລ້າງ ຜິວກາຍ ແລະປ້ອງກັນການເກີດສິວ.

ນອກນັ້ນໝາກເຟືອງຍັງສາມາດແກ້ຮ້ອນໃນຫຼຸດຄວາມຮ້ອນໃນຮ່າງກາຍບັນເທົາອາການຂອງໜິ້ວໃນທາງເດີນປັດສະວະ(ຂອງເສຍ)ຂັບຂີ້ກະເທິໃຊ້ກຳຈັດຂີ້ຮັງແຄບຳລຸງເສັ້ນຜົມຊ່ວຍໃຫ້ເລືອດແຂງຕົົວງ່າຍຊ່ວຍລະງັບຄວາມຫງຸດຫງິດຊ່ວຍໃຫ້ຫຼັບງ່າຍຂຶ້ນ ແລະບັນເທົາອາການເລືອດອອກຕາມເຟັນແຂ້ວ.

*  ຂໍ້ຄວນລະວັງໝາກເຟືອງມີກົດອອກຊາລິກສູງຜູ້ປ່ວຍໂລກໄຕບໍ່ຄວນກິນໝາກເຟືອງເພາະຈະເກີດອາການຂ້າງຄຽງໄດ້.

 ພາບ ແລະຂາ່ວຈາກ ໜັງສືພິມເສດຖະກິດ-ສັງຄົມ