ຂໍ້ຫ້າມສຳລັບແມ່ຖືພາໄລຍະ 3 ເດືອນທຳອິດ

ການຖືພາຊ່ວງໄລຍະ 3 ເດືອນທໍາອິດນັ້ນເປັນຊ່ວງເວລາຂອງການປ່ຽນແປງໃນເລື່ອງໆບໍ່ວ່າຈະເປັນການປ່ຽນແປງຮູບຮ່າງ,ຮໍໂມນໃນຮ່າງກາຍກາຍທີ່ເລີ່ມມີການປ່ຽນແປງ ແລະລູກນ້ອຍໃນທ້ອງເລີ່ມຈະເລີນເຕີບໂຕແມ່ທ້ອງອ່ອນຈຶ່ງຄວນຈະຕ້ອງລະມັດລະວັງໃນການດຳເນີນຊີວິດ ແລະ ການກຽມພ້ອມຮັບການປ່ຽນແປງຕ່າງໆທີ່ຈະເກີດຂຶ້ນ.

  1. ບໍ່ຄວນແຊ່ນໍ້າຮ້ອນ,ເພາະຈະເຮັດໃຫ້ອຸນຫະພູມໃນຮ່າງກາຍເພີ່ມສູງຂຶ້ນສົ່ງຜົນໃຫ້ຮ່າງກາຍຂາດນໍ້າ,ເກີດອາການອົກຊີເຈນໄປ ລ້ຽງລູກໃນລູກບໍ່ພຽງພໍສົ່ງຜົນຕໍ່ການຈະເລີນເຕີບໂຕຂອງລູກນ້ອຍອາດເຮັດໃຫ້ເກີດການເກີດກ່ອນກຳນົດແລະເຮັດໃຫ້ເດັກມີນໍ້າໜັກຕໍ່າກວ່າເກນໄດ້.
  2. ບໍ່ຄວນຊື້ຢາມາກິນເອງ ໂດຍບໍ່ຈຳເປັນ ແລະຄວນກິນຢາຕາມແພດສັ່ງເທົ່ານັ້ນເພາະຢາບາງຊະນິດອາດສົ່ງຜົນຕໍ່ຮ່າງກາຍຂອງແມ່ ແລະລູກໃນທ້ອງ ໂດຍ ສະເພາະໃນຊ່ວງ3ເດືອນທຳອິດ.
  3. ຫ້າມດື່ມເຄື່ອງດື່ມທີ່ມີແອວກໍຮໍເພາະແອວກໍຮໍຈະໄປທຳລາຍເຊວປະສາດ,ຊຶ່ງເຮັດໃຫ້ລູກນ້ອຍມີບັນຫາການຈະເລີນເຕີບໂຕ, ມີ ບັນຫາດ້ານຄວາມຈຳ ແລະນອກ ນັ້ນຍັງເຮັດໃຫ້ເດັກນ້ອຍມີຮ່າງກາຍຜິດປົກກະຕິ.
  4. ຫ້າມຄຽດຫຼາຍ, ເພາະວ່າ ແມ່ຄຽດຈະມີຜົນກະທົບ ໂດຍກົງຕໍ່ສຸຂະພາບຂອງລູກໃນທ້ອງ,ອີກທັງຍັງເພີ່ມໂອກາດທີ່ຈະມີການລຸລູກເພີ່ມຂື້ນ.
  5. ບໍ່ຄວນອົດອາຫານເພາະນັ້ນຈະເປັນການທຳຮ້າຍລູກໃນທ້ອງໄປໃນໂຕ, ເນື່ອງຈາກຂາດສານອາຫານເຊັ່ນ:ທາດເຫຼັກ,ກົດໂຟລິກ, ວິຕາມີນ ແລະແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ການພັດທະນາຂອງລູກນ້ອຍໃນທ້ອງອີກດ້ວຍ.

 ພາບ ແລະຂາ່ວຈາກ ໜັງສືພິມເສດຖະກິດ-ສັງຄົມ