ໃຊ້ງົບ 3 ຮ້ອຍກວ່າລ້ານກີບສ້າງຂົວເບຕົງເສີມເຫຼັກ ທີ່ບ້ານດອນກອງ

    ໂຄງການກໍ່ສ້າງຂົວເບຕົງເສີມເຫຼັກຂ້າມຫ້ວຍກະຢະເສັ້ນທາງແຕ່ບ້ານນາໝາກເກືອຫາບ້ານດອນກອງ ພາຍຫຼັງທີ່ໄດ້ລົງມືກໍ່ສ້າງມາແຕ່ທ້າຍເດືອນມີນາ 2019 ມາຮອດປະຈຸບັນໂຄງການ ດັ່ງກ່າວແມ່ນໄດ້ສຳເລັດການກໍ່ ສ້າງດ້ວຍມູນຄ່າ 300 ລ້ານກວ່າກີບປະກອບທັງໝົດ 8 ເສົາ, ກວ້າງ 3,6ແມັດ ແລະຍາວ 17 ແມັດ ໂດຍແມ່ນທຶນຊ່ວຍເຫຼືອຈາກ ທລຍ ແລະພໍ່ແມ່ປະຊາຊົນບ້ານດັ່ງກ່າວປະກອບສ່ວນ.

  ວັນທີ 25 ມິຖຸນາຜ່ານມາໄດ້ມີພິທີມອບ-ຮັບຂົວເບຕົງເສີມເຫຼັກທີ່ບ້ານດອນກອງໂດຍການເຂົ້າຮ່ວມຂອງ ທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ, ມີ ທ່ານ ຄຳມາ ທຳມະວົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງ, ມີບັນດາທ່ານຫົວໜ້າຫ້ອງການກ່ຽວຂ້ອງ, ຫົວໜ້າພັດທະນາຊຸມ ຊົນກອງທຶນຫຼຸດຜ່ອນຄວາມທຸກຍາກປະຈຳເມືອງ (ທລຍ), ອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວເບຕົງເສີມເຫຼັກທີ່ສ້າງຂ້າມຫ້ວຍກະຢະເສັ້ນທາງແຕ່ບ້ານນາໝາກເກືອຫາ ບ້ານດອນກອງ ມີຄວາມກວ້າງ 3,6 ແມັດ, ຍາວ 17 ແມັດ, ມີທັງໝົດ 8 ເສົາ, ເລີ່ມກໍ່ສ້າງແຕ່ວັນທີ 29 ມີນາ 2019 ຮອດວັນທີ 31 ພຶດສະພາ 2019 ແມ່ນກໍ່ສ້າງສຳເລັດ, ໂດຍ ແມ່ນບໍລິສັດມຸກມະນີກໍ່ສ້າງຂົວ-ທາງຈຳກັດເປັນຜູ້ຮັບເໝົາກໍ່ສ້າງດ້ວຍມູນຄ່າ 311 ລ້ານກວ່າກີບໃນນັ້ນໄດ້ຮັບທຶນຊ່ວຍເຫຼືອຈາກ ທລຍ ຈຳນວນ 291,55 ລ້ານກີບ ແລະພໍ່ແມ່ປະຊາຊົນບ້ານດອນກອງປະກອບສ່ວນ 19,72 ລ້ານກີບ, ພ້ອມດຽວກັນນີ້ກໍ່ຍັງໄດ້ມີການກໍ່ສ້າງໂຄງການວາງທໍ່ລອດຫ່າງອີກ 1 ຈຸດ, 2 ທໍ່, ມີຄວາມຍາວ 16 ແມັດ , ມີມູນຄ່າການກໍ່ສ້າງທັງໝົດ 136,36 ລ້ານກີບ ໃນນັ້ນໄດ້ຮັບທຶນສະໜັບສະໜູນຈາກ ທລຍ ຈຳນວນ 129,25 ລ້ານກີບ ແລະພໍ່ແມ່ປະຊາຊົນປະກອບສ່ວນ 7,1 ລ້ານກີບ.

  ໃນໂອກາດດຽວກັນທ່ານເຈົ້າເມືອງອາດສະພອນ ກໍ່ໄດ້ໂອ້ລົມກັບພໍ່ແມ່ປະຊາຊົນພາຍໃນບ້ານດອນກອງ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນທີ່ ໄດ້ໃຫ້ການປະກອບສ່ວນຕື່ມຕໍ່ການກໍ່ສ້າງຂົວ, ຊຶ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີ, ເຫັນໄດ້ຄວາມສຳຄັນຂອງການພັດທະນາບ້ານເມືອງ ໂດຍສະເພາະແມ່ນໃຫ້ບ້ານໄດ້ມີການສັນຈອນໄປມາສະດວກສະບາຍພ້ອມນີ້ກໍ່ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເປັນເຈົ້າການໃນການປົກປັກຮັກສາຂົວດັ່ງກ່າວບໍ່ໃຫ້ເປ່ເພເສຍຫາຍ ແລະ ນຳໃຊ້ໄດ້ຍາວນານຍິ່ງຂຶ້ນ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ