ເສດຖະກິດເມືອງແກ້ວອຸດົມ ຂະຫຍາຍຕົວໃນລະດັບ 11,15 ເປິເຊັນ

      ເມືອງແກ້ວອຸດົມແຂວງ ວຽງຈັນໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຕໍ່ເນື່ອງຊຶ່ງໃນປີ 2018 ຜ່ານມາລວມຍອດຜະລິດຕະພັນພາຍໃນຂອງເມືອງບັນລຸໄດ້ 251 ຕື້ກວ່າກີບ ເພີ່ມຂຶ້ນເຖິງ 11 ຕື້ກີບ, ສ່ວນການລົງທຶນສາມາດປະຕິບັດ ໄດ້ 31 ໂຄງການມູນຄ່າ 300 ຕື້ ກວ່າກີບຂະນະທີ່ອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 11,15%.

  ທ່ານ ວິລະວຸດ ປະກິດ ຮອງເຈົ້າເມືອງແກ້ວອຸດົມກ່າວໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງແກ້ວອຸດົມ ຄັ້ງທີ 7 ສະ ໄໝທີ VI ເມື່ອບໍ່ດົນມານີ້ວ່າ: ໃນ 1 ປີຜ່ານມາເສດຖະກິດໄດ້ຂະຫຍາຍຕົວໃນລະດັບ 11,15% ລື່ນປີຜ່ານມາ 0,06% ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ທັງໝົດ 251 ຕື້ກວ່າກີບ ເພີ່ມຂຶ້ນ 11 ຕື້ກວ່າກີບ ສະເລ່ຍລາຍຮັບ GDP ຕໍ່ຫົວຄົນ13,44 ລ້ານກີບ ຫຼື ປະມານ 1.620 ໂດລາ ລື່ນປີຜ່ານມາ 108 ໂດລາ ເທົ່າກັບ 94% ຂອງແຜນ 5 ປີ, ໂຄງປະກອບເສດຖະກິດໄດ້ມີການປ່ຽນແປງໄປຕາມທິດກະສິກຳຕິດພັນ ກັບອຸດສາຫະກຳ ແລະການບໍລິການເທື່ອລະກ້າວຊຶ່ງການລົງທຶນຕ່າງໆ ປະຕິບັດໄດ້ 31 ໂຄງການມູນຄ່າທັງໝົດ 31,71 ຕື້ກີບ ແລະ32 ລ້ານໂດລາ ຫຼື ປະມານ 272 ຕື້ກວ່າກີບ.

  ດ້ານວຽກງານການເງິນໃນ 11 ເດືອນປີ 2018 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 2 ຕື້ກວ່າກີບ ເທົ່າກັບ 97,59% ຂອງແຜນການປີໃນນັ້ນລາຍຮັບຈາກທີ່ດິນ 318,74 ລ້ານກີບ, ສ່ວຍສາອາກອນ 1,29 ຕື້ກີບ, ຊັບສິນຂອງລັດ 90 ລ້ານກວ່າກີບ, ລາຍຮັບວິຊາການ 315 ລ້ານກວ່າກີບ ແລະລາຍຮັບຄ່າທຳນຽມ 34,12 ລ້ານກີບ, ດ້ານລາຍຈ່າຍປະຕິບັດໄດ້ 5,20 ຕື້ກີບ ເທົ່າກັບ 84,21% ຂອງແຜນ ການປີ.

  ສ່ວນວຽກງານກະສິກຳ-ປ່າ ໄມ້ທົ່ວເມືອງປູກເຂົ້າໄດ້ທັງໝົດ 1.520 ເຮັກຕາ ເທົ່າກັບ 83% ຂອງແຜນການປີ, ຜົນຜະລິດ 6.544 ໂຕນ ເທົ່າກັບ 76,09% ຂອງແຜນການປີ ແລະເທົ່າກັບ 88% ຂອງແຜນ 5 ປີ ສະເລ່ຍເຂົ້າເປືອກໃສ່ຫົວຄົນໄດ້ຜູ້ລະ 349 ກິໂລຕໍ່ຄົນຕໍ່ປີ, ລວມຍອດຜະລິດຕະພັນອຸດສາຫະກຳ ແລະຫັດຖະກຳປະຕິບັດໄດ້ທັງໝົດ 71,57 ຕື້ກວ່າກີບລື່ນແຜນການປີ 1,20%  ເທົ່າກັບ 39,32% ຂອງແຜນ 5 ປີ ແລະມູນຄ່າຈຳໜ່າຍ 81 ຕື້ກວ່າກີບ ລື່ນແຜນການປີ 1,98%,  ດ້ານຂົງເຂດວັດທະນະທຳ-ສັງ ຄົມອັດຕາເຂົ້າຮຽນລວມຂອງ ນັກຮຽນ 86,8% ລື່ນແຜນການ ປີ 5,08%, ອັດຕາເຂົ້າຮຽນສຸດທິເທົ່າກັບ 78,40% ລື່ນແຜນການປີ 9,35%, ອັດຕາການຄ້າງຫ້ອງ ມ5- ມ7 ລື່ນແຜນການ 0,7%, ອັດຕາປາລະການຮຽນ ມ5-ມ7 ເທົ່າກັບ 4,4% ທຽບໃສ່ແຜນການປີຫຼຸດ 0,7%, ນອກນັ້ນທົ່ວເມືອງຍັງມີບ້ານວັດທະນະທໍາທັງໝົດ 21 ບ້ານ ແລະມີຄອບຄົວວັດທະນະທໍາທັງໝົດ 3.224 ຄອບຄົວ.

  ສຳລັບທິດທາງລວມໃນຕໍ່ໜ້າເມືອງແກ້ວອຸດົມຈະສືບຕໍ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງດ້ວຍອັດຕາການເຕີບ ໂຕ ສະເລ່ຍ 11,26% ຕໍ່ປີ, ສ້າງໂຄງປະກອບເສດຖະກິດ, ກະສິກຳ-ປ່າໄມ້ ຕິດແໜ້ນກັບອຸດສາຫະກຳ ແລະການບໍລິການຢ່າງຕັ້ງໜ້າ, ເລັ່ງໃສ່ສົ່ງເສີມການພັດທະນາການທ່ອງທ່ຽວເພື່ອບັນລຸໄດ້ບັນດາກິດຈະກຳໃນແຜນງານສົ່ງເສີມການທ່ອງທ່ຽວເຊື່ອມ ຕໍ່ 4 ເມືອງທົ່ງພຽງດ້ວຍການອຳນວຍຄວາມສະດວກ, ຊຸກຍູ້ສົ່ງເສີມນັກລົງທຶນພັດທະນາສະຖານທີ່ທ່ອງທ່ຽວຕ່າງໆໄປພ້ອມກັບການປັບປຸງ-ຂະຫຍາຍເຮືອນ ພັກ, ໂຮງແຮມ, ຫ້ອງປະຊຸມໃຫ້ໄດ້ມາດຕະຖານເພື່ອຮັບຮອງນັກທ່ອງທ່ຽວ, ແຂກລະດັບສູນກາງ, ບັນດາແຂວງທີ່ມາຈັດກອງປະຊຸມສຳມະນາ ແລະ ມາທ່ອງທ່ຽວ, ອຳນວຍຄວາມສະດວກສົ່ງເສີມໃຫ້ເອກະຊົນລົງທຶນພາຍໃນ ແລະ ຕ່າງປະເທດ, ລົງທຶນໃສ່ຂະແໜງການຄ້າ, ຫັດ ຖະກຳ, ອຸດສາຫະກຳປຸງແຕ່ງໃຫ້ເພີ່ມຂຶ້ນທັງຈຳນວນ ແລະ ຄຸນນະພາບ.