ເຊັນສັນຍາອອກບັດ ATM ໃຫ້ນັກສຶກສາ ໂຮງຮຽນວິຊາຊີບເຊກອງ

ໃນວັນທີ 26 ມິຖຸນາ 2019 ທະນາຄານຮ່ວມພັດທະນາ (JDB) ໜ່ວຍບໍລິການແຂວງເຊກອງໄດ້ເຊັນສັນຍາກັບໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງເຊກອງ ໃນການອອກບັດເອທີເອັມນັກສຶກສາ ແລະປະກັນໄພອຸບັດເຫດໃຫ້ນັກສຶກສາໃນຮູບແບບເສຍຄ່າທໍານຽມບັດເອທີເອັມ (ATM) 10 ພັນກີບຕໍ່ບັດ,ຄ່າທໍານຽມອຸບັດເຫດ 20 ພັນກີບຕໍ່ບັດຕໍ່ປີ ໂດຍໄດ້ຮັບສິດຄຸ້ມຄອງອຸບັດເຫດຈາກການເສຍຊີວິດ 6 ລ້ານກີບ,ຄຸ້ມຄອງພິການ 6 ລ້ານກີບ ແລະຄ່າປິ່ນປົວຈາກອຸບັດເຫດສູງສຸດ 5 ແສນກີບຕໍ່ຄັ້ງ ໂດຍບໍ່ຈໍາກັດຈໍານວນຄັ້ງ.

ໃຫ້ກຽດຮ່ວມລົງນາມຄັ້ງນີ້ລະຫວ່າງທ່ານວັນນາສັກດານະຄອນຜູ້ອໍານວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງເຊ ກອງ ແລະທ່ານ ສຸກນິກອນພົມມະຈັກຫົວໜ້າສູນອັດຕະປື,ສູນ-13 ໂດຍມີທ່ານ ນາງ ອຸລາວັນເດດກອງໄຊຫົວໜ້າທະນາຄານ ຮ່ວມພັດທະນາໜ່ວຍບໍລິການແຂວງເຊກອງ,ພະນັກງານຄູ-ອາຈານ, ນັກສຶກສາ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໃນສັນຍາຈະໄດ້ຈັດຕັ້ງປະຕິບັດຮ່ວມກັນເປັນໄລຍະເວລາ 1 ປີ ເລີ່ມແຕ່ວັນທີ 1ມັງກອນ 2019 ຫາວັນທີ 1 ມັງກອນ 2020 ໃນນັ້ນກ່ອນຄົບສັນຍາທັງສອງຝ່າຍສາມາດແຈ້ງເຈດຈໍານົງຂໍຕໍ່ສັນຍາໄດ້ຕື່ມອີກຕາມການເຫັນດີ ແລະ ເປັນເອກະພາບກັນ ແລະທາງໂຮງຮຽນແມ່ນໄດ້ແຈ້ງລາຍຊື່ນັກສຶກສາທັງໝົດເພື່ອລົງທະບຽນເປີດບັນຊີກັບທະນາຄານ,ພ້ອມທັງໃຊ້ບັດເອທີເອັມພຽງບັດດຽວທີ່ ເປັນໄດ້ທັງບັດນັກສຶກສາ,ບັດຄຸ້ມຄອງອຸບັດເຫດ,ບັດເອທີເອັມ.

ພາບ ແລະຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ