ຫວຽດຫວຽດນາມ-ອັງກິດຊຸກຍູ້ການຄ້າ ແລະການລົງທຶນ

ທ່ານ Michael Lawrenceຜູ້ອຳນວຍການຝ່າຍບໍລິຫານ Asia House ໃຫ້ຮູ້ວ່າປະຈຸບັນ, ບຸລິມະສິດແຖວໜ້າຂອງ Asia House ແມ່ນຊຸກຍູ້ການເຊື່ອມຕໍ່ການຮ່ວມມືທາງເສດຖະກິດກັບອາຊີ.

ຕາມຂ່າວຕ່າງປະເທດລາຍງານວ່າເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງ ລອນດອນ, ກົມການຕ່າງປະເທດ,ກະຊວງການຕ່າງປະເທດຫວຽດນາມ ແລະ Asia House ອົງການເອກະລາດປຶກສາໃຫ້ແກ່ບັນດາລັດຖະບານ,ສະຖາບັນສາທາລະນະ ແລະບັນດາອົງການເອກະຊົນເພື່ອແນໃສ່ຊຸກຍູ້ ການເຊື່ອມຕໍ່ທາງການເມືອງ,ເສດຖະກິດແລະການຄ້າລະຫວ່າງເອີຣົບແລະອາຊີ,ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຍູ້ແຮງການພົວພັນລະຫວ່າງບັນດາແຂວງຂອງຫວຽດນາມກັບບັນດາຄູ່ຮ່ວມມືອັງກິດເພື່ອແນໃສ່ຊຸກຍູ້ການຮ່ວມມືທາງການຄ້າ,ການລົງທຶນລະຫວ່າງສອງປະເທດອັງກິດແລະຫວຽດນາມ. ຕາມບົດບັນທຶກແລ້ວ, ສອງຝ່າຍໄດ້ເຫັນດີສົມທົບກັນຈັດຕັ້ງກອງປະຊຸມສຳມະນາ,ເວທີປາໄສສະໜອງຂໍ້ມູນຂ່າວສານເພື່ອໜູນຊ່ວຍບັນດາວິສາຫະກິດອັງກິດແລະຫວຽດນາມກຳໄດ້ທ່າອ່ຽງ ການພັດທະນາ,ຄວາມຕ້ອງການໃນການຮ່ວມມືດຳເນີນທຸລະກິດ,ການລົງທຶນຢູ່ສອງປະເທດອັງກິດ ແລະຫວຽດນາມ.

ທ່ານ Michael Lawrence ສະແດງຄວາມຫວັງວ່າດ້ວຍບົດບາດທີ່ຫວຽດນາມເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) 2020 ຈະສົມທົບກັບ Asia House ຢ່າງແໜ້ນແຟ້ນເພື່ອຍູ້ແຮງການຮ່ວມມືລະຫວ່າງອັງກິດກັບບັນດາປະເທດອາຊຽນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ