ເອດີບີອະນຸມັດເງິນກູ້ຢືມ 60 ລ້ານໂດລາໃຫ້ກຳປູເຈຍ

ທະນາຄານພັດທະນາອາຊີ (ເອດີບີ)ອະນຸມັດເງິນກູ້ຢືມ 60 ລ້ານໂດລາສະຫະລັດໃຫ້ແກ່ກຳປູເຈຍ ເພື່ອພັດທະນາທັກສະ ແລະການແຂ່ງ ຂັນ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 26 ມິຖຸນາທີ່ຜ່ານມາວ່າເອດີບີ ໄດ້ອະນຸມັດເງິນກູ້ຢືມມູນຄ່າ 60 ລ້ານໂດລາ ໃຫ້ແກ່ກຳປູເຈຍ ເພື່ອສະໜັບສະໜູນທັກສະ ແລະການແຂ່ງຂັນຂອງແຮງງານທີ່ກຳລັງເຕີບ ໂຕຢູ່ກຳປູເຈຍ ຂະນະທີ່ລັດຖະບານກຳປູເຈຍພະຍາຍາມທີ່ຈະຖ່າຍໂອນເສດຖະກິດຈາກແຮງງານທັກສະຕໍ່າໄປສູ່ການຂັບເຄື່ອນແຮງງານທີ່ມີສີມື,ໂດຍເງິນກູ້ດັ່ງກ່າວມີຈຸດປະສົງເພື່ອໃຫ້ເກີດຄວາມຫຼາກຫຼາຍໃນກຳປູ ເຈຍ ແລະເຮັດໃຫ້ຂະແໜງອຸດສາຫະກຳຂອງປະເທດມີຄວາມທັນສະໄໝດ້ວຍການຍົກລະດັບສິ່ງອຳນວຍຄວາມສະດວກແລະເຄື່ອງມືຕ່າງໆໃນສະຖາບັນເຝິກດ້ານເຕັກນິກ ຫຼື ທີທີໄອທົ່ວປະເທດ ລວມທັງພັດທະນາຫຼັກສູດ ແລະທັກສະຂອງຄູຜູ້ເຝິກຂອງທີທີໄອ ແລະສະໜັບສະໜູນການຮັດແໜ້ນຄວາມຮ່ວມມືລະຫວ່າງລັດຖະບານກັບຂະແໜງທຸລະກິດເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

ທ່ານ ນາງ ຢູມີໂກ ຢາມາກາວາຊ່ຽວຊານດ້ານການສຶກສາປະຈຳ ອາຊຽນຂອງເອດີບີກ່າວວ່າ ການພັດທະນາກຳລັງແຮງງານສີມືສູງແມ່ນມີຄວາມຈຳເປັນທ່ີສຸດສຳລັບກຳປູເຈຍແລະເງິນກູ້ຢືມນີ້ຈະສຸມໃສ່ທັກສະຜູ້ອອກແຮງງານໃນຂົງເຂດການຈະເລີນເຕີບໃຫຍ່ຢາງວ່ອງໄວເພື່ອຊຸກຍູ້ການພັດທະນາກຳປູເຈຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ