ສ ເກົາຫຼີ-ຊາອຸລົງນາມຄວາມຮ່ວມມືເສດຖະກິດ 8 ຕື້ໂດລາ

ສ ເກົາຫຼີ ແລະຊາອຸດິດອາຣັບບີລົງນາມຄວາມຮ່ວມມືທາງດ້ານເສດຖະກິດລະຫວ່າງ ສອງຝ່າຍເປັນມູນຄ່າ 8,3 ຕື້ໂດ ລາສະຫະລັດ ໃນລະຫວ່າງເຈົ້າ ຊາຍໂມຮຳເໝັດ ບິນ ຊັລມານ ມົງກຸດຣາດ ຊະກຸມມານ ຊາອຸດິດ ອາຣັບບີສະເດັດຢ້ຽມຢາມ ສ ເກົາ ຫຼີ ເປັນເທື່ອ ທຳອິດ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 26 ມິຖຸນາທີ່ຜ່ານມາວ່າຊາອຸດິດອາຣັບບີ ເປັນຜູ້ຈໍາໜ່າຍນໍ້າມັນລາຍໃຫຍ່ທີ່ສຸດໃຫ້ກັບ ສ ເກົາຫຼີ ຊຶ່ງຂໍ້ຕົກລົງທີ່ລົງນາມລະຫວ່າງກັນໃນຄັ້ງນີ້ສ່ວນໃຫຍ່ເປັນການລົງນາມລະຫວ່າງບໍລິສັດນໍ້າມັນລາຍໃຫຍ່ຂອງປະເທດທັງສອງໂດຍມີມູນຄ່າເຖິງ 6 ຕື້ໂດລາ, ທ່ານ ມຸນ ແຈອິນປະທານາທິບໍດີຂອງສ ເກົາຫຼີກ່າວວ່າຊາອຸດິດອາຣັບບີເປັນນັກລົງທຶນ ແລະຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ສ ເກົາຫຼີ.

ຢ່າງໃດກໍຕາມເຈົ້າຊາຍໂມຮຳເໝັດມີກຳນົດສະເດັດຢ້ຽມຢາມຍີ່ປຸ່ນໃນທ້າຍອາທິດນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຈີ20 ທີ່ນະຄອນໂອຊາກາ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ