ເພາະກາຍ ກຽມຈັດແຂ່ງຂັນ 3 ລາຍການ ຊິງຂັນລັດຖະມົນຕີ ສສກ

ສະຫະພັນກີລາເພາະກາຍແຫ່ງຊາດລາວກຽມຈັດການແຂ່ງຂັນກີລາເພາະກາຍຊິງແຊ້ມປະ ເທດປະຈຳປີ 2019 ຊິງຂັນທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ (ສສກ) 3 ລາຍການ ຄື:ງັດແຂນ,ເພາະກາຍຊາຍ ແລະປະກວດຍິງຊາຍຫຸ່ນງາມໃນທ້າຍເດືອນຕຸລານີ້ເພື່ອແນໃສ່ສ້າງນັກກີລາເພາະກາຍລາວໃຫ້ມີປະສົບ ການ ແລະມີຄຸນນະພາບສາມາດຮັບປະກັນເຂົ້າຮ່ວມສ້າງຜົນງານໃນງານມະຫາກຳກີລາຊີເກມ ຄັ້ງທີ XXXl ທີ່ ສສ ຫວຽດນາມຈະເປັນເຈົ້າພາບໃນປີ 2021.

ອີງຕາມການແຈ້ງການຂອງສະຫະພັນກີລາເພາະກາຍແຫ່ງຊາດລາວໃນວັນທີ 23 ມິຖຸນາຜ່ານ ມາວ່າ:ສະຫະພັນກີລາເພາະກາຍ ແຫ່ງຊາດລາວກຽມຈັດການແຂ່ງຂັນເພາະກາຍຊິງແຊ້ມປະເທດປະຈຳປີ 2019 ຊິງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລກີລາລະຫວ່າງວັນທີ 24-26 ຕຸລາ2019 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດນະຄອນຫຼວງ ວຽງຈັນ.ຊຶ່ງຈະມີການຊິງໄຊທັງໝົດ 3 ລາຍການຄື:ລາຍການງັດກ້າມປະກອບມີແຮງແຂນຂວາ ຮຸ່ນນໍ້າໜັກ 65 ກິໂລກຣາມ,75 ກິໂລກຣາມ ແລະ75 ກິໂລກຣາມທົ່ວໄປ ແລະແຮງແຂນຊ້າຍຮຸ່ນ ນໍ້າໜັກ 65 ກິໂລກຣາມ, 75 ກິໂລກຣາມ ແລະ75 ກິໂລກຣາມ ທົ່ວໄປ; ລາຍການເພາະກາຍຊາຍ ຮຸ່ນນໍ້າໜັກບໍ່ເກີນ 65 ກິໂລກຣາມ ແລະຮຸ່ນນໍ້າໜັກບໍ່ເກີນ 75 ກິໂລ ກຣາມ ແລະລາຍການຊາຍ-ຍິງ ຫຸ່ນງາມປະກອບມີຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ  ແລະຊາຍຫຸ່ນງາມຄວາມສູງບໍ່ເກີນ 171 ຊັງຕີແມັດ ແລະຍິງຫຸ່ນງາມ ທົ່ວໄປ.

ສຳລັບແຈ້ງການດັ່ງກ່າວແມ່ນສອດຄ່ອງກັບຄຳໃຫ້ສຳພາດຂອງ ທ່ານ ຄຳພະໄພວັນ ວົງໄຊ ຮັກສາ ການປະທານສະຫະພັນກີລາເພາະ  ກາຍແຫ່ງຊາດລາວຕໍ່ນັກຂ່າວສຶກສາ-ກີລາລາຍວັນເມື່ືອບໍ່ດົນມານີ້ວ່າ:ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດຮັບໃຊ້ຊາດກໍຄື ການປະກອບສ່ວນເຂົ້າໃນການສົ່ງ ເສີມພັດທະນາວົງການກີລາເພາະ ກາຍຂອງລາວຕະຫຼອດໄລຍະທີ່ສະ ຫະພັນກີລາເພາະກາຍແຫ່ງຊາດ ລາວ ໄດ້ຖືກສ້າງຕັ້ງຂຶ້ນພວກເຮົາສາມາດສ້າງຜົນງານໃຫ້ແກ່ປະເທດ ຊາດໄດ້ຢ່າງຫຼວງຫຼາຍ ໂດຍສະ ເພາະຜົນງານຫຼ້າສຸດນັກກີລາຍິງ ລາວ ສາມາດຍາດໄດ້ອັນດັບທີ 5 ລາຍການຊິງແຊ້ມອາຊຽນ 2019 ທີ່ສະຫະພາບມຽນມາແຕ່ໜ້າເສຍ ດາຍໃນງານມະຫາກຳກີລາຊີເກມ ຄັ້ງທີ XXX ທີ່ປະເທດຟີລິບປິນ ເປັນເຈົ້າພາບໃນທ້າຍປີນີ້ບໍ່ສາມາດ ເຂົ້າຮ່ວມແຂ່ງຂັນໄດ້ແຕ່ໃນຊີເກມ ຄັ້ງທີ XXXl ທີ່ ສສ ຫວຽດນາມ ຈະເປັນເຈົ້າພາບໃນປີ 2021 ນັ້ນ ພວກເຮົາຈະສູ້ຊົນຢ່າງສຸດຄວາມ ສາມາດເພື່ອສົ່ງນັກກີລາເພາະກາຍ ລາວເຮົາເຂົ້າຮ່ວມແຂ່ງຂັນໃຫ້ໄດ້. ສະນັ້ນ,ຍັງມີເວລາອີກ 2 ປີ ພວກ ເຮົາພ້ອມຈະທຸ້ມເທທັງສະຕິປັນຍາ ແລະເຫື່ອແຮງເພື່ອເຮັດແນວໃດຈະສາມາດສ້າງນັກກີລາໃຫ້ມີຄຸນນະພາບ ໂດຍເປົ້າໝາຍອັນດັບທຳອິດຄືການຈັດແຂ່ງຂັນເພາະກາຍຊິງແຊ້ມທົ່ວປະເທດປະຈຳປີ 2019 ຊິງຂັນທ່ານລັດຖະມົນຕີກະຊວງ ສຶກສາທິການ ແລະກີລາເພື່ອຄັດ ເລືອກນັກກີລາທີມຊາດລາວ.ຫຼັງ ຈາກນັ້ນ,ກໍຈະໄດ້ນຳພານັກກີລາເຄື່ອນໄຫວເຂົ້າຮ່ວມແຂ່ງຂັນທັງພາຍໃນ ແລະຕ່າງປະເທດໃຫ້ໄດ້ຫຼາຍທີ່ສຸດເພື່ອຄັດເລືອກເອົານັກກີລາເປົ້າໝາຍກຽມສົ່ງເຂົ້າຮ່ວມ ແຂ່ງຂັນລາຍການຊິງແຊ້ມໂລກທີ່ ສ ເກົາຫຼີ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 5-11 ພະຈິກ 2019.  

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ