ມິຊີລິນເປີດໂຕຢາງລົດບໍ່ມີລົມກຽມຈະຂາຍ ປີ 2024

ມິຊລິນ ເຈົ້າຂອງບໍລິສັດ ຢາງລາຍໃຫຍ່ຈາກຝຣັ່ງເປີດໂຕ ເຕັກໂນໂລຊີໃໝ່ຢາງລົດແບບບໍ່ ຕ້ອງສູບລົມ ຄາດວ່າຈະເປີດຈຳ ໜ່າຍໃນປີ 2024.

ຕາມຂ່າວຕ່າງປະເທດລາຍ ງານວ່າຖືເປັນການປ່ຽນແປງວົງການຢາງລົດໄປອີກຂັ້ນຫຼັງຈາກມິຊລິນ ເຈົ້າພໍ່ວົງການຢາງລົດລາຍໃຫຍ່ຈາກຝຣັ່ງຮ່ວມມືກັບ General Motors ລົດຊື່ດັງ ຂອງອາເມລິກາ ເປີດໂຕຢາງລົດ ແບບບໍ່ຕ້ອງສູບລົມ  (Airless Tires)ໃຊ້ຊື່ວ່າ ມິຊລິນອັບທິສ (Michelin Uptis) ເມື່ອຕົ້ນ ເດືອນມິຖຸນາທີ່ຜ່ານມາ. ໂດຍຢາງຜະລິດຈາກສ່ວນປະສົມຂອງຢາງ ແລະເຣຊິນໄຟເບີກລາສ ຊຶ່ງຈຸດເດັ່ນຂອງຢາງ Michelin Uptis ຄືບໍ່ຕ້ອງສູບລົມຢາງ,ສາມາດ ແລ່ນດ້ວຍຄວາມໄວ,ຮອງຮັບການ ກະແທກຈາກວັດຖຸຕ່າງໆເທິງຖະ ໜົນ,ຊ່ວຍຫຼຸດອັດຕາການປ່ຽນຢາງລົດໄດ້ແລະຄວາມນິ່ມນວນເຊັ່ນດຽວກັບຢາງປົກກະຕິທົ່ວໄປ.

ມິຊລິນເປີດເຜີຍວ່າປະຈຸບັນຢາງລົດທີ່ຖີ້ມໄປຍ້ອນຢາງລະ ເບີດຫຼາຍກວ່າ12% ແລະອີກ 8% ຖືກຖີ້ມເນື່ອງຈາກຕົວຢາງຈີກຂາດເຮັດໃຫ້ແຕ່ລະປີມີຢາງລົດຖືກ ຖີ້ມຫຼາຍກວ່າ 200 ລ້ານເສັ້ນແລະທາງມິຊລິນຍັງກ່າວຕື່ມວ່າຄົນຂັບລົດຈະຮູ້ສຶກເຖິງຄວາມແຕກຕ່າງລະຫວ່າງຢາງອັບທິສກັບຢາງນີວເມຕິກ.