20 ປີ “ຂົວຕໍ່ແຫ່ງຜົນສໍາເລັດ” ຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ

   (ເນື່ອງໃນວັນສ້າງຕັ້ງທະນາຄານຮ່ວມທຸລະກິດລາວ-ຫວຽດຄົບຮອບ 20 ປີ 22 ມິຖຸນາ1999-22 ມິຖຸນາ 2019) ກ່ອນໜ້ານີ້ 20 ປີ ຄື: ວັນທີ 22 ມິຖຸ ນາ 1999 ທະນາຄານຮ່ວມທຸລະກິດລາວ-ຫວຽດ (LaoVietBank ຫຼື LVB) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນທ່າມກາງທີ່ຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງ 2 ພັກ, 2 ລັດ, ສາຍພົວພັນຮ່ວມມືມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ ສືບຕໍ່ຮັບການເພີ່ມພູນຄູນສ້າງ ແລະ ກ້າວສູ່ລະດັບສູງດ້ວຍສົນທິສັນຍາທີ່ສໍາຄັນໃນຂົງເຂດເສດຖະກິດທີ່ໄດ້ມີການລົງນາມຮ່ວມກັນໃນນີ້ມີສົນທິສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ ປີ 1996 ສົນທິສັນຍາການຄ້າສອງຝ່າຍປີ 1998 ແລະພ້ອມກັນນັ້ນກໍ່ມີການເຄື່ອນໄຫວຊ່ວຍເຫຼືອ ODA ຂອງລັດຖະບານຫວຽດນາມໃຫ້ກັບລັດຖະບານລາວໄດ້ເພີ່ມຂຶ້ນ ແລະເປັນພຶດຕິກຳທີ່ມີຊີວິຊີວາໂດຍຮຽກຮ້ອງໃຫ້ສ້າງຕັ້ງອົງການຈັດຕັ້ງທີ່ເປັນຂົວຕໍ່ໃນການຊຳລະສະສາງທີ່ປອດໄພ, ວ່ອງໄວລະຫວ່າງ 2 ພື້ນຖານເສດຖະກິດ ແລະປະຕິບັດໜ້າທີ່ຂອງ 2 ລັດໄດ້ມອບໃຫ້ຂະແໜງທະນາຄານສອງປະເທດຄົ້ນຄວ້າ ແລະນຳສະເໜີຊຶ່ງໃນເດືອນທັນວາ 1998 ຂໍ້ສັນຍາຕົກລົງຮ່ວມມື ແລະອານຸສັນຍາວ່າດ້ວຍການຊຳລະສະ ສາງລະຫວ່າງສອງທະນາຄານກາງ ແລະກາຍເປັນປັດໄຈເຮັດໃຫ້ມີການກໍາເນີດຂອງ LVB.

ທ່ານ ຫງວຽນ ວັນບິງ ຜູ້ອໍານວຍການ LVB ໄດ້ກ່າວໃນໂອກາດວັນສ້າງຕັ້ງ LVB ຄົບຮອບ 20 ປີ ວ່າ: ດ້ວຍການຕັດສິນໃຈຂອງສອງທະນາຄານແມ່ຄື: BC EL ແລະ BIDV;LVB ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 22 ມິຖຸນາ 1999 ແລະເຂົ້າສູ່ການເຄື່ອນໄຫວກາຍເປັນສັນຍາລັກໃໝ່ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາໃນຂົງເຂດການຮ່ວມມືການເງິນ-ທະນາຄານລະຫວ່າງ 2 ປະເທດ, ເມື່ອຫວນຄືນເສັ້ນທາງ 20 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ LVB ໃນ ຜ່ານມາ, ບັນດາຮຸ່ນພະນັກງານການນຳ ແລະ ຜູ້ອອກແຮງງານ LVB ມີຄວາມເອກອ້າງທະນົງ ໃຈທີ່ໄດ້ປະກອບສ່ວນອັນນ້ອຍໆ ຂອງຕົນຂຽນໄວ້ໃນໜ້າປະຫວັດ ສາດໜ້າທຳອິດກ່ຽວກັບຂະບວນວິວັດແຫ່ງການຮ່ວມມືລະຫວ່າງ 2 ຂະແໜງທະນາຄານໂດຍ LVB ໄດ້ປະຕິບັດພາລະບົດບາດໜ້າທີ່ໃນການເປັນສູນກາງຊຳລະສະສາງ, ແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນການເຄື່ອນໄຫວຊຳລະສະສາງຂອງລາວ-ຫວຽດປະກອບສ່ວນປະຕິບັດສຳເລັດອານຸສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ, ອານຸສັນຍາການຄ້າລະຫວ່າງສອງປະເທດໂດຍຜ່ານການຈັດຕັ້ງຜັນຂະຫຍາຍໄວວາ ແລະ ມີປະສິດທິຜົນຕໍ່ກັບແນວທາງຂອງ 2 ລັດຖະບານກ່ຽວກັບການແລກປ່ຽນ, ຊຳລະສະສາງ, ໂອນເງິນລະຫວ່າງສອງປະເທດດ້ວຍສະກຸນເງິນດົ່ງ (ຫວຽດນາມ) ແລະເງິນກີບ, ລວມຍອດການຊຳລະສອງສົ້ນລະຫວ່າງ 2 ປະເທດໄດ້ປະຕິບັດຜ່ານ LVB ຊຶ່ງໃນ20 ປີຜ່ານມາໄດ້ບັນລຸ 2,8 ຕື້ໂດລາສະຫະລັດ.

  ທ່ານຜູ້ອໍານວຍການ LVB ໄດ້ຢືນຢັນວ່າ: ໄປພ້ອມກັບການປະຕິບັດບົດບາດເປັນຂົວທີ່ດີຕໍ່ວຽກງານຊຳລະສະສາງລະຫວ່າງ 2 ພື້ນຖານເສດຖະກິດລາວ-ຫວຽດນັ້ນກໍ່ຍັງເຮັດບົດບາດສະໜອງທຶນໃຫ້ແກ່ວິສາຫະກິດຫວຽດນາມມາລົງທຶນຢູ່ລາວກໍຄືວິສາຫະກິດ, ບຸກຄົນທີ່ເຄື່ອນໄຫວຜະລິດທຸລະກິດຢູ່ລາວໄດ້ເປັນຢ່າງດີໂດຍຜ່ານການສະໜອງບັນດາຜະລິດຕະພັນການບໍລິການໂອນເງິນ, ສິນເຊື່ອ, ຄໍ້າປະກັນ...ແລະ ພ້ອມດຽວກັນນັ້ນຍັງເຮັດສຳເລັດບົດບາດເປັນທະນາຄານຕົວແທນ ປ່ອຍເງິນໃຫ້ບັນດາໂຄງການຕາມອານຸສັນຍາການຮ່ວມມືລະ ຫວ່າງ 2 ລັດຖະບານກໍ່ຄືບັນດາ ໂຄງການຮ່ວມມືລະຫວ່າງບັນ ດາກະຊວງ, ຂະແໜງການ, ທ້ອງ ຖິ່ນຂອງ 2 ປະເທດດ້ວຍຈຳນວນທຶນສູງເປັນຮ້ອຍໆລ້ານໂດລາສະຫະລັດຊຶ່ງໄດ້ປະກອບສ່ວນຊຸກຍູ້ການພັດທະນາອັນວ່ອງໄວຂອງພື້ນຖານເສດຖະກິດແຫ່ງຊາດລາວ.

  LVB ຍາມໃດກໍ່ປະຕິບັດຕາມທິດນຳທີ່ເອົາລູກຄ້າເປັນສູນກາງ, ເຕັກໂນໂລຢີ ແລະ ແຫຼ່ງບຸກຄະລາກອນເປັນພື້ນຖານ, ເປັນເຄື່ອງມືໃນການແຂ່ງຂັນເພື່ອສ້າງແຮງ ພັກດັນໃໝ່ໃຫ້ແກ່ການພັດທະນາທີ່ຍືນຍົງ ແລະເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກັບພາກພື້ນ ແລະໃນໂລກໂດຍນັບແຕ່ເວລາເລີ່ມເຂົ້າສູ່ການເຄື່ອນໄຫວ, ດ້ວຍ ທຶນຈົດທະບຽນຍັງຈຳກັດ (10 ລ້ານ USD) ຂະໜາດຕະຫຼາດໃນລາວຍັງນ້ອຍ,ຖານລູກຄ້າໄດ້ສ້າງຂຶ້ນຈາກບັນດາການບໍລິການທະນາຄານຍັງມີຂີດຈຳກັດແຕ່ເຫັນໄດ້ຄວາມສຳຄັນເຖິງການພັດທະນາຜະລິດຕະພັນການບໍລິການຕິດພັນກັບການພັດທະນາຂອງເຕັກໂນໂລຢີຂໍ້ມູນຂ່າວສານພ້ອມກັບການປ່ຽນແປງໃໝ່ ແລະ ການພັດ ທະນາຢ່າງບໍ່ຢຸດຢັ້ງຂອງເຕັກໂນໂລຢີແລະຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ LVB ມີຄວາມພາກພູມໃຈທີ່ໄດ້ເປັນໜຶ່ງໃນບັນດາທະນາຄານທີ່ມີລະບົບເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝຢູ່ໃນລາວ ແລະ ວາລະສານ Asian Banking and Finance ໄດ້ມອບລາງວັນຕ່າງໆເຊັ່ນ: ລາງວັນປະດິດສ້າງລະບົບ Core Banki ng, ເປັນທະນາຄານທີ່ມີເຕັກໂນໂລຢີ ແລະການເຄື່ອນໄຫວທີ່ດີທີ່ສຸດຢູ່ລາວ; ປະດິດສ້າງທະນາຄານດີຈິຕອລຢູ່ລາວ ແລະ ອື່ນໆໃນຫຼາຍປີຕິດຕໍ່ກັນ.

  ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວດຳເນີນທຸລະກິດດ້ວຍເງື່ອນໄຂເສດຖະກິດຕະຫຼາດທີ່ມີການແຂ່ງຂັນ, ໃນສະພາບທີ່ເສດຖະກິດຂອງໂລກ ແລະເສດຖະກິດພາຍ ໃນປະເທດມີການຜັນແປຫຼາຍຢ່າງມີຄວາມຫຍຸ້ງຍາກ LVB ໄດ້ຜັນຂະຫຍາຍດຳເນີນການເຄື່ອນໄຫວທຸລະກິດຢ່າງມີຄວາມປອດໄພ,ມີປະສິດທິຜົນ,ປະຕິບັດຕາມລະບຽບກົດໝາຍ, ຮັບປະກັນຜົນປະໂຫຍດຂອງບັນດາຂາຮຸ້ນ,ມີການປະກອບສ່ວນອັນຕັ້ງໜ້າໃຫ້ກັບງົບປະມານຂອງລັດ. ມາເຖິງປະຈຸບັນ, LVB ກາຍເປັນໜຶ່ງໃນບັນດາທະນາຄານອັນດັບຕົ້ນໆໃນລາວດ້ວຍຂະໜາດທຶນຈົດທະບຽນ ແລະລວມຍອດສິນເຊື່ອຈັດຢູ່ໃນອັນດັບທີ 2, ຂະໜາດລວມມູນຄ່າຊັບສິນ,ລວມມູນຄ່າແຫຼ່ງທຶນແມ່ນຈັດຢູ່ໃນອັນດັບທີ 3 ໃນທົ່ວລະບົບຂອງບັນດາທະນາຄານຢູ່ລາວ.

  ບົນເສັ້ນທາງແຫ່ງການກ້າວເດີນ ແລະເຕີບໃຫຍ່ຂະຫຍາຍຕົວຂອງ LVB 20 ປີຜ່ານມານີ້, ໂດຍສືບຕໍ່ມູນເຊື້ອທີ່ຖືປັດໄຈຄົນຈາກສອງທະນາຄານແມ່; LVB ໄດ້ເອົາໃຈໃສ່ຢູ່ສະເໝີເຖິງວຽກງານກໍ່ສ້າງພະນັກງານ, ສ້າງວັດທະນາທຳອົງກອນ ແລະ ສະພາບແວດລ້ອມໃນການເຮັດວຽກທີ່ເປັນມືອາຊີບເສີມຂະຫຍາຍໝາກຜົນຈາກທ່າແຮງທີ່ເກີດຈາກແຫຼ່ງບຸກຄະລາກອນດ້ວຍທິດນໍາທີ່ວ່າ “ເປັນເຈົ້າການ,ສະມັດຕະພາບຄຸນນະພາບປະສິດທິຜົນ”; ມາຮອດປະຈຸບັນ, LVB ໄດ້ກໍ່ສ້າງພະ ນັກງານທີ່ມີລະດັບວິຊາສະເພາະສູງ, ມີຄວາມສາມາດ, ມີປະສົບການຮອບດ້ານ, ມີແນວຄິດ ແລະວິໄສທັດທາງຍຸດທະສາດ, ປັບສະພາບໄວຕໍ່ກັບການປ່ຽນແປງ, ພະ ຍາຍາມສູ້ຊົນຢູ່ຕະຫຼອດເວລາ, ມີຈິດໃຈທີ່ທຸ່ມເທ, ເສຍສະຫຼະຢ່າງສຸດໃຈຕໍ່ກັບພາລະກິດໃນການພັດທະນາຂອງຂະແໜງການທະນາຄານຂອງປະເທດລາວໂດຍສະ ເພາະLVB.

  ທ່ານຜູ້ອໍານວຍການຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ ແລະປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອູ້ມຊູຍູ້ໜູນໃນຕະຫຼອດໄລຍະ 20 ປິຜ່ານມານີ້ ແລະ ພະນັກງານແຕ່ລະຄົນລ້ວນແຕ່ກຳເນີດມີສະຕິຄວາມຮັບຜິດຊອບເປັນປະຈຳຕໍ່ກັບວຽກງານສາທະລະນະປະໂຫຍດໂດຍໄດ້ພ້ອມພຽງກັນແບ່ງ ເບົາຄວາມຫຍຸ້ງຍາກ ແລະຕອບບຸນແທນຄຸນພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກຢູ່ບັນດາຂົງເຂດການສຶກສາ, ສາທາ, ການຊ່ວຍເຫຼືອຄົນທຸກຍາກ... ແລະດ້ວຍ ຄວາມພະຍາຍາມອັນໜຽວແໜ້ນ, ອົດທົນສູ້ຊົນ, ກະຕືລືລົ້ນ, ປະດິດສ້າງໃນ 20 ປີຜ່ານມາສາມາດປັບຕົວໃຫ້ເຂົ້າກັບການປ່ຽນແປງເພື່ອສ້າງສາ ແລະພັດທະນາ.

  ດ້ວຍການເຄື່ອນໄຫວທີ່ດີເດັ່ນ, ເປັນແບບຢ່າງ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງ LVB ໃນ 20 ປີຜ່ານມາ; ພັກ ແລະລັດ ສປປ ລາວ ກໍ່ໄດ້ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III, ຫຼຽນໄຊເອກະລາດຊັ້ນ II, ຫຼຽນໄຊມິດຕະພາບຂອງພັກ ແລະ ລັດຫວຽດນາມມອບໃຫ້,ຫຼຽນໄຊມິດຕະພາບຂອງລັດ ຖະບານລາວມອບໃຫ້ ແລະ ຫຼາຍໆ ລາງວັນໃນການແຂ່ງຂັນ, ລາງວັນຍ້ອງຍໍອັນມີຄຸນຄ່າອື່ນໆໃຫ້ແກ່ LVB ແລະ ໃນວັນສ້າງຕັ້ງ LVB ຄົບຮອບ 20 ປີນີ້; ພັກ ແລະ ລັດ ສປປ ລາວ ກໍ່ໄດ້ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ LVB ແລະທະນາຄານແຫ່ງລັດ ສສ ຫວຽດນາມ ກໍໄດ້ມອບທຸງໄຊແຂ່ງຂັນຂອງຂະແໜງທະນາຄານຫວຽດນາມ ແລະທະນາຄານແມ່  BIDV ກໍໄດ້ມີການມອບທຸງໄຊແຂ່ງຂັນໃຫ້ແກ່ LVB ຢ່າງສົມກຽດ.

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ