ເມືອງໄຊຍະບູລີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 13,8 ຕື້ກີບ

 ຕາມການລາຍງານຈາກ ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າຫ້ອງການການເງິນເມືອງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນເຄິ່ງປີ 2019 ສະພາບການເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍຂອງເມືອງໄຊຍະບູລີ, ປະຕິບັດໄດ້ທັງໝົດ 6,92 ຕື້ກີບເທົ່າກັບ 50% ຂອງແຜນການທັງໝົດ 13,8 ຕື້ກີບສ່ວນການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 6,5 ຕື້ກີບ ເທົ່າກັບ 47% ຂອງແຜນການປີ,ດ້ານການລົງທຶນໄດ້ຮັບງົບປະມານການຊຳລະໂຄງການລົງທຶນຈາກແຂວງໄຊຍະບູລີ ທັງໝົດ 22 ໂຄງການ, ມູນຄ່າຕາມສັນຍາ 68,2 ຕື້ກີບໃນນີ້ໂຄງການຊຳລະໜີ້ 9 ໂຄງການມູນຄ່າ 19,9 ຕື້ກີບ ແລະໂຄງການສືບຕໍ່13 ໂຄງການມູນຄ່າ 48,5 ຕື້ກີບຜ່ານການຈັດຕັ້ງປະຕິ ບັດຜ່ານມາໄດ້ປະກອບເອກະສານໃບຢັ້ງຢຶນແລ້ວຈຳນວນ 21 ໂຄງການມູນຄ່າ 1,25 ຕື້ກີບ, ປະຈຸບັນຈ່າຍສຳເລັດແລ້ວ 69% ຂອງແຜນການປີດ້ານການປ່ອຍສິນເຊື່ອ 6 ເດືອນບັນລຸ331 ຕື້ກີບ, ລະດົມເງິນຝາກບັນລຸ 1.048 ຕື້ກີບຊຶ່ງເຫັນວ່າສະພາບຄອງຕົວຂອງການບໍລິການຈັດການແຫຼ່ງເງິນເພື່ອສ້າງຜົນກຳໄລຍັງມີຕໍ່າຫຼາຍຖ້າທຽບໃສ່ເມືອງ ແລະ ແຂວງອື່ນໆ.

  ສ່ວນການສົ່ງສິນຄ້າໄປຕ່າງເມືອງຕ່າງແຂວງ ແລະຕ່າງປະເທດມີຈຳນວນ 12.923 ໂຕນ ມີມູນຄ່າທັງໝົດ 25,61 ຕື້ກີບເທົ່າກັບ 48% ຂອງແຜນການປີ, ຖ້າທຽບໃສ່ປີຜ່ານມາມີທ່າອ່ຽງຫຼຸດລົງຍ້ອນຕະຫຼາດສິນຄ້າກະສິກຳບາງຊະນິດມີຄາລາຕົກຕໍ່າ,ແຕ່ເຖິງຢ່າງໃດກໍ່ຕາມໃນ 6 ເດືອນທ້າຍປີ 2019 ເມືອງໄຊຍະບູລີພວກເຮົາຕ້ອງໄດ້ເອົາໃຈໃສ່ສ້າງເງື່ອນໄຂອຳນວຍໃຫ້ການພັດທະນາເສດຖະກິດສັງຄົມໃຫ້ດີຂຶ້ນຢ່າງຕໍ່ເນື່ອງ,ສິ່ງສຳຄັນຕ້ອງມີການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ, ໃຫ້ຢູ່ໃນເກນປົກກະຕິ, ປະຕິບັດການເກັບລາຍຮັບໃຫ້ໄດ້ 6,25 ຕື້ກີບ, ເທົ່າກັບ 49,8% ຂອງແຜນການປີ, ເມື່ອໝົດປີໃຫ້ບັນລຸ 100% ພ້ອມຄຸ້ມຄອງລາຍຈ່າຍຢູ່ໃນເກນ 6,95 ຕື້ກີບ, ເທົ່າກັບ 50,21% ຂອງແຜນການປີ, ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ດຳເນີນຢ່າງຕໍ່ເນື່ອງໃນນີ້ຮອດທ້າຍປີຕ້ອງເບີກຈ່າຍເງິນສຳລະໂຄງ ການບັນລຸ 100% ຫຼືເທົ່າກັບ 1,33 ຕື້ກີບ.

ຂຽນໂດຍບຸນທີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ