Proud of Me ຮູບເງົາສະທ້ອນຊີວິດ ຊົນນະບົດຈີນ ຍຸກອີຄອມເມີຊ

 ຮູບເງົາທີ່ມີການເວົ້າເຖິງ ຫຼາຍທີ່ສຸດໃນຂະນະນີ້ຄືເລື່ອງ Proud of Me  (ດີທີ່ສຸດແລ້ວລູກ) ເປັນຮູບເງົາທີ່ສ້າງລາຍໄດ້ໃນຈີນ ສູງເຖິງ 47 ລ້ານຢວນ ຈາກເງິນ ລົງທຶນທັງໝົດພຽງ 5 ລ້ານຢວນ.

ເປັນຮູບບເງົາທີ່ມີຕົ້ນທຶນຕໍ່າ, ບໍ່ມີດາຣາດັງ, ບໍ່ໂດດເດັ່ນໃນດ້ານເຕັກເນັກການສ້າງໃດໆແຕ່ຄວາມໜ້າສົນໃຈຂອງຮູບເງົາຢູ່ທີ່ເນື້ອໃນການເລົ່າເລື່ອງຂອງຄົນຕ່າງແຂວງເຮັດໃຫ້ຮູບເງົາໄດ້ຮັບຄວາມນິຍົມໃນຕ່າງແຂວງ,ຊຶ່ງຮູບເງົາ ເລື່ອງນີ້ບອກເລົ່າເລື່ອງລາວຂອງພໍ່ລູກຄູ່ໜຶ່ງທີ່ອາໄສຢູ່ຊົວເຖົາຊຶ່ສອງພໍ່ລູກມີຊ່ອງວ່າງລະຫວ່າງອາຍຸບວກກັບລູກຊາຍຊື່ 369 ເປັນຄົນບໍ່ຮຽນໜັງສື່ມີເລື່ອງໃຫ້ພໍ່ຕ້ອງເປັນຫ່ວງແລະແກ້ໄຂບັນຫາຢູ່ຕະຫຼອດພໍຖືກໄລ່ອອກຈາກໂຮງຮຽນລູກຊາຍບອກພໍ່ວ່າຢາກຂາຍເຄື່ອງອອນລາຍຜ່ານເວັບອາລີບາບາແຕ່ພໍ່ບໍ່ຍອມຊື້ມືຖືໃຫ້ບໍ່ແມ່ນທຸກຍາກບໍ່ມີເງິນແຕ່ພໍ່ເປັນຄົນລຸ້ນເກົ່າບໍ່ເຂົ້າ ໃຈວ່າການຂາຍເຄື່ອງອອນລາຍຈະເປັນອາຊີບໄດ້ຈິງ.

ເປັນພາບສະທ້ອນຄວາມຈິງ ຂອງຍຸກສະໄໝນີ້ເມື່ອອິນເຕີເນັດ ເຂົ້າເຖິງຄົນໃນໝູ່ບ້ານແລະເກີດອີຄອມເມີຊຂຶ້ນມາເດັກນ້ອຍຍຸກໃໝ່ຈຶ່ງບໍ່ມີເປົ້າໝາຍອາຊີບດັ້ງເດີມ ແບບຄົນຍຸກເກົ່າອີກແລ້ວ, ເຂົາບໍ່ມີ ວຽກເຮັດ7-8 ປີ ຈຶ່ງຕັດສິນໃຈໄປເມື່ອງໃຫຍ່ທີ່ເສດຖະກິດພັດທະນາເພື່ອສ້າງໂອກາດແລ້ວລາວກໍ ເປັນເດັກໄອດໍມີແຟນເປັນລ້ານຄົນ ມີຊ່ອງທາງສ້າງລາຍໄດ້ຈາກອາຊີບຍຸກໃໝ່ທີ່ຕອນທຳອິດພໍ່ບໍ່ເຂົ້າໃຈ. ນອກຈາກເນື້ອໃນທີ່ໜ້າສົນ ໃຈຂອງຮູບເງົາແລ້ວສິ່ງທີ່ເຮັດໃຫ້ຍີ້ມລະຫວ່າງເບີ່ງຮູບເງົາເລື່ອງນີ້ຄືໄດ້ເຫັນຄົນລຸ້ນພໍ່ຈູງມືຄົນລຸ້ນປູ່ ຍ່າຕາຍາຍເຂົ້າໄປເບິ່ງ.

  • ພາບ ເເລະຂາ່ວຈາກ:ໜັງສືພີມເສດຖະກິດ-ສັງຄົມ