ຕົ້ນຫຍ້າຍຸບ ຊ່ວຍແກ້ອາການອ່ອນເພຍ ແລະໂລກສັງຂານເສື່ອມ

  ຕົ້ນຫຍ້າຍຸບມີຖິ່ນກຳເນີດໃນທະວີບອາເມລິກາໃຕ້ເປັນພືດລົ້ມລຸກແຜ່ເລືອໄປຕາມພື້ນດິນຕົ້ນຫຍ້າຍຸບມີລັກສະນະພິເສດຄື:ຫາກໄດ້ຮັບແຮງສັ່ນສະເທືອນກ້ານ ແລະໃບກໍ່ຈະຕອບສະໜອງດ້ວຍການຍຸບຕົວລົງຢ່າງໄວ ແລະຍັງ ເປັນພືດທີ່ຈັດຢູ່ໃນຕະກຸນແລະມີ ຄຸນສົມບັດໃກ້ຄຽງກັບຜັກກະເສດສາມາດຊ່ວຍແກ້ອາການອ່ອນ ເພຍ, ໂລກສັງຂານເສື່ອມ, ເບື່ອອາຫານ,ແກ້ອາການເຈັບປວດເມື່ອຍ ຕາມຕົນໂຕ, ໂລຫິດຈາງ,ຊ່ວຍແກ້ ໂລກເບົາຫວານ,ຫຼຸດລະດັບນໍ້າຕານໃນເລືອດເພາະສານສະກັດນໍ້າຈາກຕົ້ນແລະຮາກຂະໜາດ 20 ມີນລີີກຣາມຕໍ່ນໍ້າໜັກໂຕ 1 ກິ ໂລກຣາມສາມາດອອກລິດ,ຊ່ວຍຫຼຸດລະດັບນໍ້າຕານໃນເລືອດໄດ້ທຽບເທົ່າກັບການໃຊ້ຢາມາດຖານ ໂທນບູຕາໄມ (Tolbutamide) ຂະໜາດ 100 ມີນລີກຣາມ/ກິໂລ ກຣາມ.

ວິທີນໍາໃຊ້: ນຳເອົາຕົ້ນມາຟັກ ເປັນປ່ຽງນ້ອຍໆແລ້ວນຳມາຕາກຈົນແຫ້ງແລ້ວນໍາໄປຕົ້ມໃຫ້ນໍ້າ ເດືອດພໍປະມານຫູັງຈາກນັ້ນນໍາມາດື່ມແທນນໍ້າໄດ້ຊ່ວຍແກ້ອາ ການອ່ອນເພຍ, ໂຣກສັງຂານ ເສື່ອມ, ເບື່ອອາຫານ, ມີອາການ ເຈັບປວດເມື່ອຍຕາມຕົນໂຕ, ໂລຫິດຈາງ,ຊ່ວຍແກ້ໂຣກເບົາຫວານ,ຫຼຸດລະດັບນໍ້າຕານໃນເລືອດເພາະສານສະກັດນໍ້າຈາກຕົ້ນແລະຮາກຂະໜາດ 20ມີນລີີກຣາມຕໍ່ນໍ້າໜັກ ໂຕ 1 ກິໂລກຣາມສາມາດອອກລິດຊ່ວຍຫຼຸດລະດັບນໍ້າຕານໃນເລືອດ ໄດ້ທຽບເທົ່າກັບການໃຊ້ຢາມາດ ຖານໂທນບູຕາໄມ (Tolbutamide) ຂະໜາດ 100 ມີນລີກຣາມ/ກິໂລກຣາມ.

 

  • ພາບ ເເລະຂາ່ວຈາກ:ໜັງສືພີມເສດຖະກິດ-ສັງຄົມ