ເກີດເຫດລົດບັນທູກນໍ່້າມັນຂວໍາ້ຢຸ່ນີເຊຣີເສຍຊີວິດ 50 ຄົນ

ໃນວັນທີ 1 ກໍລະກົດທີ່ຜ່ານມາໄດ້ເກີດອຸບັດເຫດລົດບັນທຸກນໍ້າມັນພິກຂວໍ້າແລະເກີດລະເບີດຂະນະທີ່ຜູ້ຄົນພາກັນມາລັກຕັກນໍ້າມັນທີ່ໄຫຼອອກມາເຮັດໃຫ້ ມີຜູ້ເສຍຊີວິດ 50 ຄົນແລະໄດ້ຮັບບາດເຈັບ 100 ຄົນທາງພາກ ກາງຂອງນີເຊຣີ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ອະລິຢູ ບາບາ ປະ ທານຄະນະກຳມະການຄວາມປອດໄພທາງຖະໜົນເປີດເຜີຍວ່າພົບຜູ້ເສຍຊີວິດແລ້ວ 50 ຄົນ ແລະ ໄດ້ຮັບບາດເຈັບ101 ຄົນຈາກອຸ ບັດເຫດລົດບັນທຸກນໍ້າມັນພິດຂວໍ້າຂະນະແລ່ນຜ່ານໝູ່ບ້ານອະຮໍາບີໃນລັດເບນເວທາງພາກກາງຂອງນີເຊຣີໃນວັນທີ 1 ກໍລະກົດທີ່ຜ່ານມາເຮັດໃຫ້ນໍ້າມັນໄຫຼອອກມາຊາວບ້ານພາກັນໄປຕັກນໍ້າມັນ ຊຶ່ງ ໃຊ້ເວລາປະມານ 1 ຊົ່ວໂມງຈຶ່ງເກີດໄຟໄໝ້ຈາກນໍ້າມັນເຊື້ອໄຟທີ່ ໄຫຼອອກມາ ແລ້ວເກີດລະເບີດໄຟໄດ້ລຸກໄໝ້ຕາມພື້ນທີ່ໃກ້ຄຽງທີ່ເປັນຮ້ານຄ້າ ລວມທັງລົດເມຄັນ ໜຶ່ງ ຊຶ່ງມີຜູ້ໂດຍສານເຕັມຄັນລົດ ແລະແລ່ນຜ່ານຈຸດເກີດເຫດ.

ລົດບັນທຸກນໍ້າມັນ ແລະທໍ່ສົ່ງນໍ້າມັນລະເບີດເກີດຂຶ້ນຈົນເປັນປົກກະຕິໃນປະເທດນີເຊຣີເຖິງແມ່ນວ່າຈະເປັນປະເທດອຸດສາຫະກຳດ້ານພະລັງງານເຊື້ອເພີງ ແລະ ແກ໊ສແຕ່ປະຊາຊົນສວ່ນໃຫຍ່ຍັງ ທຸກຍາກຊຶ່ງໄຟໄໝ້ ແລະລະເບີດມັກຈະເກີດຂຶ້ນເພາະຄົນລັກຈາກທໍ່ສົ່ງນໍ້າມັນລວມທັງລົດບັນທຸກນໍ້າມັນທີ່ເກີດອຸບັດເຫດເພາະສະພາບຖະໜົນທີ່ບໍ່ໄດ້ຮັບການປົວແປງເຊັ່ນໃນເດືອນກໍລະກົດປີ 2012 ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ ແລະໄດ້ຮັບບາດເຈັບ 50 ຄົນໃນລັດຣິເວີທາງພາກໃຕ້ຂອງນີເຊຣີ.

ພາບ ເເລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ