ອິນເດຍ ຢືດຢາເສບຕີດມູນຄ່າ 390 ລາ້ນໂດລາ

ອັດຕາວ່າງວຽກໃນເອີໂຣໂຊນເດືອນພຶດສະພາທີ່ຜ່ານມາໄດ້ຫຼຸດລົງຕໍ່າສຸດໃນຮອບ 11 ປີ ຍ້ອນ ຄວາມກັງວົນຈາກສົງຄາມການຄ້າໂລກ.

ຕາມຂ່າວຕ່າງປະເທດລາຍງານໂດຍອ້າງຕາມຂໍ້ມູນສະຖິຕິ ຂອງ Eurostat ປະກາດ ເມື່ອ ວັນທີ 1 ກໍລະກົດຜ່ານມາວ່າອັດຕາການວ່າງວຽກໃນພາກພື້ນທີ່ນຳໃຊ້ສະກຸນເງິນຮ່ວມເອີຣົບ(ເອີໂຣໂຊນ) ໄດ້ຫຼຸດລົງລະດັບ 7,5% ໃນເດືອນພຶດສະພາຜ່ານມາ,ເປັນລະດັບຕ່ຳສຸດນັບແຕ່ເດືອນກໍລະກົດປີ 2008. ຍ້ອນມີຄວາມກັງວົນຈາກສົງຄາມການຄ້າໂລກຈະສົ່ງຜົນໃຫ້ຈັງຫວະການຂະຫຍາຍຕົວເສດຖະກິດຢຸດຂະນະທີ່ອັດຕາວ່າງງານໃນສະຫະພາບເອີຣົບ (EU) ກໍຫຼຸດລົງ 0,1% ເຫຼືອ 6,3% ເປັນລະດັບຕ່ຳສຸດນັບແຕ່ມີການບັນທຶກຕົວເລກໃນປີ 2000.

ອົງການສະຖິຕິ Eurostat ລະບຸວ່າ ອັດຕາການວ່າງງານລະ ດັບຕ່ຳສຸດໃນເອີໂຣໂຊນ ເມື່ອເດືອນ ພຶດສະພາຜ່ານມາ ລວມມີ: ເຊັກ 2,2%. ສ່ວນເກຣັກໃນລະດັບສູງ ສຸດເຖິງ 18,1%.

ພາບ ເເລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ