ເມືອງທ່າແຕງ ແລະຮສສ ເຊກອງ ແຂ່ງຂັນກີລາມິດຕະພາບ

ການນໍາເມືອງທ່າແຕງນໍາ ໂດຍທ່ານລົດແກ້ວ ເພັງພູນສະຫວັດຮອງເລຂາພັກເມືອງທ່າແຕງ ແລະພະແນກແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແຂວງເຊກອງນໍາໂດຍທ່ານຄໍາສອນກອນເຍີຫົວໜ້າພະແນກ ແຮງງານແລະສະຫວັດດີການສັງຄົມແຂວງໄດ້ຮ່ວມກັນສ້າງຂະ ບວນການຈັດກິດຈະກໍາເຕະບານມິດຕະພາບໃນວັນທີ 28 ມິຖຸນາຜ່ານມາໂດຍມີນັກກີລາ ແລະກອງ ເຊຍທັງສອງທິມເຂົ້າຮ່ວມ.

ການສ້າງຂະບວນການແຂ່ງຂັນກີລາເຕະບານຄັ້ງນີ້ ໂດຍມີສອງຮຸ່ນປະສົມປະສານກັນຄື:ຮຸ່ນອາວຸໂສ ແລະຮຸ່ນຊາວໜຸ່ມທົ່ວໄປລວມກັນເຂົ້າເປັນທິມດຽວທັງ ສອງຝ່າຍ. ຜ່ານການແຂ່ງຂັນໃນ ເກມທີໜຶ່ງທິມການນໍາເມືອງທ່າແຕງ ຊະນະທິມການນໍາພະແນກແຮງງານ ແລະສະຫວັດດີການ ສັງຄົມແຂວງ 4 ປະຕູຕໍ່ 2, ສ່ວນ ເກມທີສອງຕ່າງຝ່າຍກໍໃຊ້ເກມບຸກ ໂດຍໄດ້ສົ່ງຜົນເຮັດໃຫ້ສະເໝີກັນ 3 ປະຕູຕໍ່ 3. ຈົບເກມທິມການນໍາ ເມືອງທ່າແຕງເອົາຊະນະທີມການ ນໍາພະແນກແຮງງານ ແລະສະຫວັດດີການ-ສັງຄົມແຂວງເຊກອງ 7 ປະຕູຕໍ່ 5. ຊຶ່ງການແຂ່ງຂັນດັ່ງ ກ່າວສາມາດເຮັດໃຫ້ການນໍາທັງ ສອງຝ່າຍໄດ້ຫຼິ້ນເກມບຸກພາຍໃຕ້ ໄມຕີຈິດມິດຕະພາບເພື່ອເປັນມິດໝາຍທີ່ດີໃນການສານຕໍ່ສາຍພົວພັນອັນດີງາມ, ທັງເປັນການຮັດ ແໜ້ນຄວາມສາມັກຄີ, ການຫຼິ້ນກີລາກາຍະກໍາລວມໄປເຖິງການ ກະຕຸກຊຸກຍູ້ໃຫ້ພະນັກງານບໍານານ ອາວຸໂສປະຕິວັດໄດ້ມີໂອກາດພົບ ປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນອີກດ້ວຍ.

ນອກຈາກເປັນການສ້າງຂະບວນການເພື່ອສຸຂະພາບ, ມິດຕະພາບແລະຄວາມສາມັກຄີແລ້ວຍັງເປັນການປະຕິບັດ 3 ລັກສະນະ 5 ຫຼັກມູນຂອງການສຶກສາຕິດພັນ ກັບຂະບວນການຕ້ອນຮັບວັນສໍາ ຄັນຂອງພັກຂອງຊາດ ແລະຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຄັ້ງທີ 6 ຂອງອົງຄະນະພັກເມືອງທ່າ ແຕງທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ