ສາມີແຫ່ງຊາດຂອງ ສ ເກົາຫຼີ ຄີມຊູຮະຢອນ ປົດປະຈຳການແລ້ວ

ວັນທີ 1 ກໍລະກົດ ທີ່ຜ່ານມາຄິມຊູຮະຢອນ ດາຣາຊື່ດັງ ຂອງ ສ ເກົາຫຼີອາຍຸ 31 ປີ ໄດ້ປົດປະຈຳການແລ້ວຫຼັງຈາກຮັບໃຊ້ ຊາດມາເປັນເວລາ 21 ເດືອນ.

ໂດຍລາຍງານລະບຸວ່າມີບັນດາແຟນຮູບເງົາແລະຜູ້ສື່ຂ່າວມາ ລໍຖ້າຕ້ອນຮັບຢູ່ຈຳນວນຫຼາຍຮ້ອຍ ຄົນໃນບໍລິເວນແຖວໜ້າຄ່າຍຝຶກອິມຈິນກັກພຶຊເບລທີ່ເມືອງປາຈູຂອງ ສ ເກົາຫຼີ ຂະນະທີ່ດາຣາ ໜຸ່ມ ຊຶ່ງແຕ່ງຕົວໃນຊຸດທະຫານໄດ້ກ່າວຂອບໃຈທຸກຄົນທີ່ມາຕ້ອນຮັບ ແລະຂອບໃຈທີ່ລໍຄອຍມາຕະຫຼອດ,ເມື່ອຖືກຖາມວ່າຮູ້ສຶກແນວໃດທີ່ໄດ້ປົກປະຈຳການແລ້ວຄິມຕອບວ່າຕັ້ງແຕ່ຕອນເຊົ້າທີ່ຜ່ານມາ ຕົນເອງກໍໄດ້ກຽມພ້ອມສຳຫຼັບການປົດປະຈຳການຈົນເຖິງຕອນນີ້ຍັງ ບໍ່ຮູ້ສຶກວ່າຖືກອອກຈາກຄ່າຍທະ ຫານແຕ່ຮູ້ສຶກເຖິງເສລີພາບ,ສຳຫຼັບຄິມຊູຮະຢອນຖືເປັນນັກສະ ແດງຊື່ດັງຂອງ ສ ເກົາຫຼີ ທີ່ໂດ່ງດັງຈາກການສະແດງເລື່ອງ DreamHigh, the Producers ແລະ ອື່ນໆໄດ້ຮັບລາງວັນການສະແດງຈາກຫຼາກຫຼາຍເວທີທັງຍັງຖືເປັນຄົນທີ່ເປັນພີເຊັນເຕີຍີ່ຫໍ້ດັງຕ່າງໆໃນ ສ ເກົາຫຼີ ຈຳນວນຫຼາຍ,ໃນວັນທີ 16 ກັນຍາປີ 2014 ຄິມຊູຮະຢອນ ໄດ້ເຂົ້າຮ່ວມພິທີເປີດ ການແຂ່ງຂັນອາຊຽນເກມ 2014 ທີ່ເມືອງອິນຊອນຂອງ ສ ເກົາຫຼີ ອີກດ້ວຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ