ເທັກນິກ ເຮັດໃຫ້ເສັ້ນຜົມບໍ່ກ້ຽວພັນກັນ

ເສັ້ນຜົມອີກສິ່ງໜຶ່ງທີ່ບົ່ງບອກຄວາມເປັນຜູ້ຍິງ ແລະເຮັດໃຫ້ຜູ້ຍິງເບິ່ງງາມຖ້າຫາກຜົມແຫ້ງ ກະດ້າງແຕກປາຍລີບມັນຫຼື ຟູບໍ່ ເຂົ້າຮູບເຂົ້າຊົງກໍສ້າງບັນຫາໃຫ້ ໝົດຄວາມພາກພູມໃຈລົງໄດ້. ດັ່ງ ນັ້ນການເບິ່ງແຍງເສັ້ນຜົມຕ້ອງ ບໍາລຸງດ້ວຍຄີມເຊລໍ່າຕ່າງໆ.

  1. ໃຊ້ຄຣີມນວດຜົມ: ນວດ ຜົມທຸກເທື່ອຫຼັງສະເສັ້ນຜົມຈະ ອ່ອນນຸ້ມ ແລະມື່ນບໍ່ກ້ຽວພັນກັນ ທັງຍັງຈັດແຕ່ງຊົງງ່າຍຂຶ້ນນຳອີກ.
  2. ລ້າງເສັ້ນຜົມ ໂດຍນໍ້າເຢັນ:ນໍ້າເຢັນຈະຊ່ວຍປິດເກັດຜົມໃຫ້ ຮຽງໂຕແຈບດີເຮັດໃຫ້ເສັ້ນຜົມອ່ອນນຸ້ມ ແລະເປັນເງົາເຫລື້ອມ ງາມ,ສາງ ຫຼື ຫວີກໍງ່າຍຂຶ້ນ.
  3. ເລືອກຜະລິດຕະພັນທີ່ຊ່ວຍຫຼຸດເສັ້ນຜົມກ້ຽວພັນກັນ.
  4. ການຫວີຜົມ:ຈະຊ່ວຍເຮັດ ໃຫ້ເສັ້ນຜົມບໍ່ກ້ຽວພັນກັນ ໂດຍໃຫ້ ເລີ່ມຫວີຈາກປາຍເສັ້ນຜົມທີ່ມັດ ກ້ຽວພັນກັນກ່ອນ.
  5. ຢ່າຮວບເສັ້ນຜົມເຂົ້າກັນ: ເສັ້ນຜົມມັກຈະກ້ຽວພັນກັນງ່າຍ ຫາກທ່ານຮວບຜົມເຂົ້າກັນຕອນສະ ແລະເຊັດຜົມແຮງໆຕອນຜົມປຽກ.
  6. ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ