ຫວຽດນາມສົ່ງອອກໝາກລິນຈີ່ ໄປຈີນ 50 ພັນໂຕນ

ໝາກລິນຈີ່ຂອງ ສສ ຫວຽດ ນາມຈຳນວນ 50.000 ໂຕນຈາກ ຜົນຜະລິດທັງໝົດ 90.000 ໂຕນ ທີ່ປູກໃນແຂວງບັກຢາງທາງພາກເໜືອຊຶ່ງເປັນພື້ນທີ່ປູກໝາກລິ່ນຈີ່ ທີ່ສຳຄັນຂອງປະເທດໄດ້ສົ່ງອອກ ຂາຍໃນ ສປ ຈີນ ປີນີ້.

ຕາມຂ່າວສານຫວຽດນາມລາຍງານວ່າ ເຈົ້າໜ້າທີ່ ແລະຊາວກະສິກອນຫວຽດນາມເປີດເຜີຍວ່າ ປະຈຸບັນໝາກລິນຈີ່ບໍ່ພໍຂາຍໃຫ້ພໍ່ ຄ້າຈີນເນື່ອງຈາກເປັນໄລຍະສິ້ນສຸດລະດູການເກັບກ່ຽວແລ້ວ. ທັງນີ້ ຊາວກະສິກອນໃນແຂວງບັກຢາງ ມີລາຍໄດ້ຈາກການຂາຍລິນຈີ່ທັງ ໝົດ 6,1 ພັນຕື້ດົງ (ສະກຸນເງິນ ຫວຽດນາມ) ໃນປີ 2019 ຊຶ່ງສູງ ທີ່ສຸດໃນຮອບ 60 ປີທີ່ຜ່ານມາ, ລາຍງານລະບຸວ່າລາຄາໝາກລິນຈີ່ໃນປີນີ້ຢູ່ທີ່ກິໂລກຣາມລະ 30-50 ພັນດົງ ແລະລາຄາເພີ່ມສູງເຖິງ80.000 ດົງໂດຍບາງຄອບຄົວ ທີ່ປູກໝາກລິນຈີ່ດ້ວຍວິທີທຳມະຊາດປອດສານເຄມີໄດ້ຮັບກຳໄລ ສູງ ເນື່ອງຈາກໝາກລິນຈີ່ໜຶ່ງ ກ່ອງບັນຈຸໝາກລິນຈີ່ 12 ໜ່ວຍ ທີ່ມີກາປະທັບວ່າ ສາມາດກວດກາ ຍ້ອນຫຼັງໄດ້ລາຄາຢູ່ທີ່ 2 ແສນດົງ.

ໝາກລິນຈ່ີບັກຊາງຂອງຫວຽດນາມໄດ້ສົ່ງອອກໄປຍັງ 30 ກວ່າພາກພື້ນ ແລະປະເທດ ໂດຍສະເພາະຈີນເປັນເວລາຫຼາຍປີ ແລະເມື່ອບໍ່ດົນມານີ້ກໍ່ຍັງສົ່ງ ອອກໄປຍັງຕະຫຼາດໃນສະຫະພາບເອີຣົບ(ອີຢູ), ອາເມລິກາ, ຮັດເຊຍ, ການາດາແລະຍີ່ປຸ່ນອີກດ້ວຍ.

  1. ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ