ເສດຖະກິດສະຫວັນນະເຂດ ເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ

  ແຂວງສະຫວັນນະເຂດເປັນແຂວງທີ່ມີເນື້ອທີ່ກວ້າງໃຫຍ່ມີຫຼາຍທ່າແຮງໃນການພັດທະນາເສດຖະກິດ-ສັງຄົມໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງນອກນັ້ນ ຍັງໄດ້ກາຍເປັນແຂວງທີ່ນັກທຸລະກິດທັງພາຍໃນ ແລະຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາລົງທຶນຢ່າງຕໍ່ເນື່ອງໂດຍປະຈຸບັນໃນເຂດເສດຖະກິດພິເສດສະຫວັນ -ເຊໂນໄດ້ມີນັກທຸລະກິດເຂົ້າມາຈົດທະບຽນລົງທຶນແລ້ວ 125 ບໍລິສັດ ສາມາດສ້າງວຽກເຮັດງານທຳໄດ້ເຖິງ 4,7 ພັນຕຳແໜ່ງສິ່ງດັ່ງກ່າວໄດ້ເປັນຕົວຂັບ ເຄື່ອນໃຫ້ເສດຖະກິດຂອງແຂວງສະຫວັນນະເຂດເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

  ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດລາຍງານໃຫ້ຮູ້ໃນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາເມື່ອທ້າຍເດືອນຜ່ານມາວ່າ: ແຂວງສະຫວັນນະເຂດເປັນໜຶ່ງໃນ 17 ແຂວງຂອງປະເທດ, ມີເນື້ອ ທີ່ 21.774 ກິໂລຕາແມັດ ແລະ ມີປະຊາກອນຫຼາຍກວ່າ 1 ລ້ານຄົນ ເປັນແຂວງທີ່ມີເນື້ອທີ່ໃຫຍ່ມີປະຊາກອນຫຼາຍທີ່ສຸດຂອງປະເທດເຮົາ;ມີທີ່ຕັ້ງເປັນທ່າແຮງທີ່ໂດດເດັ່ນແລະຈຸດຍຸດທະສາດທີ່ສຳຄັນ,ເປັນຈຸດໃຈກາງການເຊື່ອມໂຍງຂອງຂົງເຂດ ແລະພາກພື້ນ.

  ແຂວງສະຫວັນນະເຂດກໍ່ໄດ້ເປັນສ່ວນໜຶ່ງຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ລັດຖະບານໄດ້ສ້າງຕັ້ງເຂດເສດຖະກິດພິເສດສະຫວັນເຊໂນຊຶ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງປະເທດຂຶ້ນໃນປີ 2003. ມາຮອດປະຈຸບັນສາມາດຂົນຂວາຍການລົງທຶນໄດ້ແລ້ວຫຼາຍສົມຄວນ, ມີບໍລິສັດຈົດ ທະບຽນແລ້ວ 125 ບໍລິ ສັດ, ໄດ້ລົງທຶນແລ້ວ 62 ບໍລິສັດເປັນຕົ້ນໂຮງງານປະກອບກ້ອງຖ່າຍຮູບນິຄອນ,ໂຮງງານຜະລິດເລນແວ່ນຕາອີຊີລໍ, ໂຮງງານຜະ ລິດຊິ້ນສ່ວນຕັ່ງ ແລະບ່ອນມ້ຽນເຄື່ອງຂອງຍົນ ແລະອື່ນໆຊຶ່ງໄດ້ສ້າງວຽກເຮັດງານທຳ 4.700 ກວ່າຕໍາແໜ່ງ;

  ນອກນັ້ນກໍ່ຍັງມີໂຄງການລົງທຶນຂະໜາດໃຫຍ່ຂອງພາກເອກະຊົນເປັນຕົ້ນບໍລິສັດລ້ານຊ້າງມິນເນີໂຣນຂຸດຄົ້ນຄໍາ-ທອງແດງຢູ່ເມືອງວິລະບູລີ, ໂຮງສີທັນ ສະໄໝຂະໜາດໃຫຍ່ 2 ແຫ່ງ, ໂຮງງານຜະລິດນໍ້າຕານ 2 ແຫ່ງ,  ໂຮງງານຜະລິດເຫຍື່ອເຈ້ຍຊັນເປເປີ ແລະ ອື່ນໆ, ບັນດາກິດຈະການດັ່ງກ່າວໄດ້ສ້າງວຽກເຮັດງານທຳ ແລະ ຕະຫຼາດຮອງຮັບຜົນຜະລິດກະສິກໍາຂອງປະຊາຊົນຕື່ມອີກ;

   ສໍາລັບວຽກງານກະສິກໍາ ແລະ ປ່າໄມ້ລັດຖະບານໄດ້ກໍານົດເອົາທົ່ງຮາບເຊບັ້ງໄຟ ແລະເຊບັ້ງຫຽງໃຫ້ເປັນເຂດຈຸດສຸມປູກເຂົ້າເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດ, ແຕ່ລະປີແຂວງສະຫວັນນະເຂດສາມາດຜະລິດເຂົ້າປະມານ 8 ແສນ ຫາ 1 ລ້ານໂຕນ ແລະ ສົ່ງເຂົ້າໄປຂາຍຕ່າງແຂ ວງ ແລະສົ່ງອອກຕ່າງ ປະເທດປະມານ 2 ແສນໂຕນ; ປູກ ອ້ອຍປ້ອນໂຮງງານນໍ້າຕານ 13 ພັນກວ່າເຮັກຕາ, ມີເນື້ອທີ່ສົ່ງເສີມປະຊາຊົນປູກໃນຮູບແບບ 2+3 ປະມານ 7,5 ພັນເຮັກຕາ, ປູກໄມ້ວິກປ້ອນໂຮງງານຊັນເປເປີ້. ທົ່ວແຂວງສະຫວັນນະເຂດມີເນື້ອທີ່ປູກໄມ້ອຸດສາຫະກໍາ ແລະ ພືດກະສິກໍາທັງໝົດ 64.439 ເຮັກຕາ.

  ຊຶ່ງອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງສະຫວັນນະເຂດສະເລ່ຍ 9,5% ຕໍ່ ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ປີ 2018 ມີມູນຄ່າທັງໝົດ17.189 ຕື້ກວ່າກີບ ໃນນັ້ນຂະແໜງກະສິກໍາກວມ 29,21%; ຂະແໜງອຸດສາຫະກໍາກວມ 36,19% ແລະ ຂະແໜງການບໍລິການກວມ 34,60% ຂອງ GDP.

  ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ VIII (2016-2020) ແຂວງສະຫວັນນະເຂດໄດ້ກຳນົດທິດທາງແຜນການສ້າງໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງດ້ວຍການພັດທະນາທີ່ສົມສ່ວນລະຫວ່າງເສດຖະກິດສັງຄົມ ແລະສະ ພາບແວດລ້ອມທີ່ຍືນຍົງຕາມທ່າແຮງທີ່ບົ່ມຊ້ອນ ແລະໄດ້ປຽບເພື່ອຮັບປະກັນຄວາມສົມດຸ່ນຂອງການພັດທະນາລະຫວ່າງເສດຖະກິດ-ສັງຄົມ,ສິ່ງແວດລ້ອມ ແລະຄວາມສະຫງົບສຸກ; ເຮັດໃຫ້ການພັດທະນາລະຫວ່າງຕົວເມືອງແລະຊົນນະບົດຫຍັບໃກ້ເຂົ້າຫາກັນ, ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນລື່ນເກົ່າ.

 ໃນສະພາບທີ່ປະເທດເຮົາມີຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານນີ້, ພວກເຮົາໄດ້ປຸກລະດົມໃຫ້ສັງຄົມມີສ່ວນຮ່ວມໃນການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນການກໍ່ສ້າງທາງເບຕົງເຂົ້າຫາຊຸມຊົນ,ການກໍ່ສ້າງຕຶກອາຄານຂອງໂຮງຮຽນ, ສຸກສາລາໃນເຂດຊົນນະບົດ ແລະບູລະນະບູຮານນະສະຖານອັນເປັນມໍລະ ດົກຂອງຊາດ ຫຼາຍແຫ່ງ.

  ນອກຈາກນັ້ນ, ບັນດາຫົວໜ່ວຍທຸລະກິດຕ່າງໆທັງພາຍໃນ ແລະ ຕ່າງປະເທດໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງຕົນຢ່າງຕັ້ງໜ້າເປັນຕົ້ນການລົງທຶນດ້ານອຸດສາຫະກຳ, ດ້ານກະສິກຳ (ປູກພືດແລະລ້ຽງສັດ) ແລະຜະລິດເປັນສິນຄ້າເຮັດໃຫ້ສະຫວັນນະເຂດມີສິນຄ້າສົ່ງໄປຂາຍຕ່າງແຂວງ ແລະສົ່ງອອກຕ່າງປະເທດ, ກຸ້ມຕົນເອງທາງດ້ານສະບຽງອາຫານ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ