ອຸທຸມພອນ ເຜີຍແຜ່ການກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ

  ວັນທີ 1 ກໍລະກົດຜ່ານມາທີ່ສະໂມສອນຂອງເມືອງອຸທຸມພອນ ໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ເຊື່ອມຊຶມກ່ຽວກັບການປະກອບເອກະສານ ແລະການກວດ ກາເອກະສານລາຍຈ່າຍງົບປະມານແຫ່ງລັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ອິນທະວົງສາ ຮອງເຈົ້າເມືອງອຸທຸມພອນ, ມີບັນດາທ່ານຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານ-ວິຊາການພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ເກສອນ ບຸນຍາວົງ ຫົວ ໜ້າຫ້ອງການ-ການເງິນເມືອງ ກໍ່ໄດ້ໃຫ້ກຽດຂຶ້ນເຜີຍແຜ່ບັນດາເອກະສານກ່ຽວກັບການປະກອບເອກະສານ ແລະການກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດເປັນຕົ້ນເອກະສານຄຳແນະນຳຂອງກະຊວງການເງິນສະບັບເລກທີ 0866/ກງ ລົງວັນທີ 22 ມີນາ 2019 ກ່ຽວ ກັບການປະກອບເອກະສານ ແລະການກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ ແລະທຶນຊ່ວຍເຫຼືອທາງການເພື່ອການພັດທະນາຢູ່ຄັງເງິນແຫ່ງຊາດ,

ເອກະສານຄໍາແນະນຳເພີ່ມເຕີມຂອງຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງສະຫວັນນະເຂດ ສະບັບເລກທີ 430/ ຄງຊ. ສຂ ລົງວັນທີ 20 ທັນວາ 2018 ແລະເອກະສານບົດບັນທຶກກອງປະຊຸມປະຈຳປີຂອງຄັງເງິນແຫ່ງຊາດປະຈໍາແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກຸມພາ 2019, ຈາກນັ້ນກໍ່ໄດ້ມີການປະ ກອບຄຳຄິດຄຳເຫັນຢ່າງກົງໄປມາໃຫ້ຫຼາຍໆພາກສ່ວນໄດ້ແລກປ່ຽນຄວາມຮູ້ ແລະປະກອບຄຳຄິດຄຳເຫັນຢ່າງພາສະວິໄສ ແລະ ຖືກຕ້ອງສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາເພື່ອເປັນບ່ອນອີງໃນການປະກອບເອກະສານນຳໃຊ້ງົບປະມານຂອງລັດ.

  ທັງນີ້ກໍ່ເພື່ອແນໃສ່ຍົກສູງການນໍາໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບ ແລະປະສິດທິຜົນ, ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ທັນກໍານົດເວລາ ແລະ ກວດສອບໄດ້; ໂດຍກໍານົດຫຼັກການ, ວິທີການໃນການປະກອບ ແລະການເກັບສໍາເນົາເອກະສານລາຍຈ່າຍງົບປະມານແຫ່ງລັດ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ, ເປັນບ່ອນອີງໃຫ້ຫົວໜ່ວຍງົບປະມານແຕ່ລະຂັ້ນເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບ, ຮັບປະກັນຄວາມຖືກຕ້ອງຕາມເປົ້າໝາຍລາຍຈ່າຍ, ຖືກຕ້ອງຕາມກົດໝາຍ ແລະລະບຽບການ.

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ