ແລກປ່ຽນວຽກງານຊົນເຜົ່າຕາມຊາຍແດນ ລາວ-ຈີນ

  ກົມຊົນເຜົ່າ ແລະ ສາສະໜາກະຊວງພາຍໃນຮ່ວມກັບພະແນກພາຍໃນແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສຳມະນາແລກ ປ່ຽນວຽກງານຊົນເຜົ່າຕາມຊາຍແດນລາວ-ຈີນ ໃນວັນທີ 3 ກໍລະກົດ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເຈົ້າແຂວງໆ ຫຼວງນໍ້າທາ, ມີທ່ານ ຕົງຫວູ ຮອງຫົວໜ້າກົມຄະນະກຳມະທິການວຽກງານຊົນເຜົ່າແຫ່ງຊາດ ນະຄອນຫຼວງປັກກິ່ງ ພ້ອມດ້ວຍທີມງານ, ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ ແລະບັນດາ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ ແລະ ສາສະໜາກະຊວງພາຍໃນໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນຄັ້ງທຳອິດເປັນກອງປະຊຸມທີ່ມີຄວາ ມໝາຍ ສຳຄັນຫຼາຍ ເພາະເປັນການແລກ ປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງລັດຕໍ່ກັບວຽກງານຊົນເຜົ່າຂອງ ສປປ ລາວ ແລະ ສປ ຈີນ ພ້ອມດຽວກັນນັ້ນຍັງເປັນໂອ ກາດທີ່ດີໃນການເສີມສ້າງຂີດ ຄວາມສາມາດທາງດ້ານວິຊາການຂອງສອງພາກສ່ວນໂດຍສະເພາະແມ່ນຜູ້ທີ່ຈັດຕັ້ງປະຕິບັດວຽກງານ ຊົນເຜົ່າຂອງ ສປປ ລາວ ເພື່ອສຶກສາຂໍ້ມູນໃນການວາງນະໂຍບາຍໃນຕໍ່ໜ້າ ແລະ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຊົນເຜົ່າເຂດຊາຍ

ແດນທີ່ຕິດກັບ ສປ ຈີນ ສ້າງຄວາມສາມັກຄີສົ່ງເສີມທາງສັງຄົມໃຫ້ແກ່ຊົນເຜົ່າ, ປົກປ້ອງດູແລສິດທິ ແລະຜົນປະໂຫຍດຮ່ວມກັນ, ຝຶກຝົນຄວາມຄິດເພື່ອສ້າງຄວາມກ້າວໜ້າ ແລະໝັ້ນ ຄົງ, ສົ່ງເສີມໃຫ້ມີການສຶກສາທີ່ ດີຂຶ້ນ, ເອົາໃຈໃສ່ນະໂຍບາຍທາງ ດ້ານສາສະໜາ, ເພີ່ມທະວີການ ສອບສວນ ແລະແກ້ໄຂຂໍ້ຂັດແຍ່ງຕ່າງໆ ເພື່ອສ້າງສາຍພົວພັນແຫ່ງມິດຕະພາບເຮັດໃຫ້ປະຊາຊົນ 2 ຊາດເວົ້າລວມເວົ້າສະເພາະກໍ່ຄືປະຊາຊົນຜູ້ທີ່ອາໄສຢູ່ຕາມເຂດຊາຍແດນໃຫ້ມີຄວາ ມໃກ້ຊິດຕິດແທດກັນຫຼາຍ.

  ກອງປະຊຸມດັ່ງກ່າວຍັງໄດ້ຜ່ານເອກະສານການຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າຢູ່ ສປປ ລາວ, ການຄຸ້ມຄອງວຽກງານຊົນເຜົ່າຢູ່ເຂດປົກຄອງຕົນເອງຂອງ ສປ ຈີນ ແລະເອກະສານການພັດທະນາວຽກງານຊົນເຜົ່າຢູ່ ສປ ຈີນ ແລະ ສປປ ລາວ. ຜ່ານການຈັດກອງປະຊຸມສຳມະນາແລກປ່ຽນວຽກງານຊົນເຜົ່າຕາມຊາຍແດນລາວ-ຈີນ ຜູ້ເຂົ້າຮ່ວມກອງປະຊຸມມີຄວາມຮັບຮູ້ກ່ຽວກັບສະພາບຈຸດພິເສດ, ການດຳລົງຊີວິດຂອງບັນດາເຜົ່າຂອງສອງປະເທດ ແລະມີຄວາມເຂົ້າໃຈເພີ່ມຕື່ມຕໍ່ກັບທັດສະນະ, ນະໂຍບາຍຂອງພັກ-ລັດຖະບານທີ່ມີຕໍ່ກັບວຽກງານຊົນເຜົ່າໃນແຕ່ລະໄລຍະ, ມີຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງລັດກ່ຽວ ກັບວຽກງານຊົນເຜົ່າທັງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະສ້າງຂີດຄວາມສາມາດທາງດ້ານວິຊາການຕໍ່ຜູ້ທີ່ຈັດຕັ້ງປະຕິບັດວຽກງານຊົນເຜົ່າຂອງ ສປປ ລາວ ເພື່ອສຶກສາຂໍ້ມູນໃນການວາງນະໂຍບາຍໃນຕໍ່ໜ້າ ແລະຍັງໄດ້ແລກປ່ຽນຄຳຄິດຄຳເຫັນຮ່ວມກັນເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເລັດ.

ຂຽນໂດຍ: ອຸ້ມ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ